ສປປລາວ ຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X

,    February 26, 2026
Size:

ວັນທີ 22 ກຸມພານີ້, ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ X  ໄດ້ຈັດຂຶ້ນຢ່າງເປັນທາງການ, ການປ່ອນບັດເລືອກຕັ້ງໃນຂອບເຂດທົ່ວປະເທດໄດ້ເລີ່ມດຳເນີນຢ່າງເປັນທາງການນັບແຕ່ເວລາ 8 ໂມງຂອງວັນທີ 22 ກຸມພານີ້.

ພາຍຫຼັງສະພາແຫ່ງຊາດຊຸດໃໝ່ໄດ້ຮັບການສ້າງຕັ້ງຂຶ້ນຈະເລືອກຕັ້ງປະທານປະເທດ, ນາຍົກລັດຖະມົນຕີແລະຜູ້ນຳປະເທດອື່ນໆຄົນໃໝ່, ພິຈາລະນາແລະຮັບຮອງບັນຊີລາຍຊື່ຂອງສະມາຊິກຄະນະລັດຖະບານຊຸດໃໝ່.

ສະພາແຫ່ງຊາດຂອງ ສປປ ລາວແມ່ນອົງການອຳນາດແຫ່ງຊາດແລະອົງການນິຕິບັນຍັດສູງສຸດຂອງປະເທດລາວ, ແຕ່ລະຊຸດມີອາຍຸການ 5 ປີ.