
ປະຕິບັດຕາມແຈ້ງການ ຂອງຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ກ່ຽວກັບ ການດຳເນີນການປ່ອນບັດເລືອກຕັ້ງລ່ວງໜ້າຢູ່ກຳລັງ ປກສ-ປກຊ ແລະ ຕ່າງປະເທດ, ສະບັບເລກທີ 047/ຄປລ.ນວ, ລົງວັນທີ 06 ກຸມພາ 2026. ສະຖານທູດແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຂຶ້ນໃນຕອນບ່າຍ ຂອງວັນທີ 11 ກຸມພາ 2026.

ເຂົ້າຮ່ວມການເລືອກຕັ້ງຄັ້ງງນີ້ມີ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສປ ຈີນ, ມີພະນັກງານສະຖານເອກອັກຄະລັດຖະທູດ, ພະນັກງານລາວທີ່ພວມປະຕິບັດໜ້າທີ່, ນັກຮຽນນັກສຶກສາ, ຊາວລາວ ທີ່ດຳລົງຊີວິດ ແລະ ທຳມາຫາກິນ ຢູ່ນະຄອນຫຼວງປັກກິ່ງ ທີ່ມີມາດຖານເງື່ອນໄຂ ແລະ ມີໜ້າຕົວຈິງ ຈຳນວນ 45 ທ່ານ.

ການປ່ອນບັດເລືອກຕັ້ງຄັ້ງນີ້, ໄດ້ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງສອດຄ່ອງກັບລະບຽບການ ແລະ ລະດັບຄາດໝາຍ ທີ່ຄະນະກຳມະການເລືອກຕັ້ງນະຄອນຫຼວງວຽງຈັນ ໄດ້ວາງອອກ, ບັນດາຜູ້ເຂົ້າຮ່ວມໄດ້ເຊີດຊູຄວາມຮັບຜິດຊອບການເມືອງ, ໃຊ້ສິດຂອງຕົນເລືອກເອົາຜູ້ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອຈະເປັນຕົວແທນໃຫ້ແກ່ປະຊາຊົນ ໃນອົງການນິຕິບັນຍັດຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ, ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ ຕາມທິດທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປປ ລາວ ວາງອອກ.
