ເສັ້ນ​ທາ​ງ​ລົດ​ໄຟ​​ຄວາມ​ໄວ​ສູງຈີນ-ໄທ​ຈະ​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ໃນ​ປີ 2030

CRI,    February 24, 2026
Size:

ວັນທີ 15 ກຸມພານີ້, ທ່ານ ອະນັນ ໂພນິ່ມແດງ ຜູ້ວ່າການແທນກົມທາງລົດໄຟແຫ່ງຊາດໄທກ່າວວ່າ: ໂຄງການເສັ້ນທາງລົດໄຟຄວາມໄວສູງຈີນ-ໄທໄລຍະທີໜຶ່ງໄດ້ສຳເລັດໄປແລ້ວ 51,74%, ເປົ້າໝາຍຝ່າຍທາງການແມ່ນສ້າງສຳເລັດ ແລະ ເປີດນຳໃຊ້ໃນປີ 2030.

ທ່ານ ອະນັນ ໂພນິ່ມແດງກ່າວຕື່ມອີກວ່າ: ເມື່ອສັງເກດຈາກໄລຍະຍາວແລ້ວເຫັນວ່າ: ໂຄງການເສັ້ນທາງລົດໄຟຄວາມໄວສູງຈີນ-ໄທ ບໍ່ພຽງແຕ່ເປັນໂຄງການຄົມມະນາຄົມທີ່ສຳຄັນເທົ່ານັ້ນ, ຫາກຍັງຈະເສີມຂະຫຍາຍບົດບາດນຳພາຕໍ່ການປັບປຸງເສດຖະກິດພາກພື້ນ, ປັບປຸງສະພາບອຸດສາຫະກຳໃຫ້ດີຂຶ້ນ ແລະ ສະພາບການພັດທະນາຂອງຕົວເມືອງຕ່າງໆ.

ເສັ້ນທາງລົດໄຟຄວາມໄວສູງຈີນ-ໄທໄລຍະທີໜຶ່ງຈາກນະຄອນຫຼວງບາງກອກຫານະຄອນຣາດຊະສີມາໄດ້ລົງທຶນທັງໝົດ 179,4 ຕື້ບາດ ແລະ ຍາວທັງໝົດ 250,77 ກິໂລແມັດ, ໄດ້ຈັດໃຫ້ມີສະຖານີລົດໄຟສຳຄັນ 6 ແຫ່ງ ຄື: ສະຖານີກາງບາງກອກອະພິວັດ, ສະຖານີດອນເມືອງ, ສະຖານີອະຍຸທະຍາ, ສະຖານີສະຣະບູລີ, ສະຖານີປາກຊ່ອງ ແລະ ສະຖານີນະຄອນຣາດຊະສີມາ.