
ຫວ່າງມໍ່ໆມານີ້, ງານດົນຕີລະດູບານໃໝ່ໄມຕີຈິດມິດຕະພາບແບບບ້ານໃກ້ເຮືອນຄຽງລະຫວ່າງຈີນ ແລະຫວຽດນາມ ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມໄດ້ໃຫ້ກຽດເຂົ້າຮ່ວມ.

ກ່ອນງານຈະເລີ່ມ, ທ່ານ ໂຕເລິມ ໄດ້ແລກປ່ຽນກັບທ່ານ ເຮີເຫວີຍ ເອກອັກຄະລັດຖະທູດຈີນປະຈຳຫວຽດນາມ ໂດຍໄດ້ຕີລາຄາສູງຕໍ່ຈີນທີ່ໄດ້ສົ່ງຄະນະສິລະປະລະດັບສູງໄປສະແດງຢູ່ຫວຽດນາມເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມ ແລະຄົບຮອບ 76 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະຈີນ, ພ້ອມທັງໄດ້ລະດົມຊຸກຍູ້ສອງຝ່າຍເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະປັບປຸງພື້ນຖານດ້ານຄວາມຄິດຂອງປະຊາຊົນກ່ຽວກັບຄູ່ຮ່ວມຊາຕາກຳລະຫວ່າງຫວຽດນາມ ແລະຈີນໃຫ້ແໜ້ນແຟ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ.