
ວັນທີ 5 ກຸມພານີ້, ອົງການທ່ອງທ່ຽວແຫ່ງຊາດໄທໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບງານສະເຫຼີມສະຫຼອງບຸນກຸດຈີນ “ປະເທດໄທທີ່ໜ້າອັດສະຈັນ ສະບາຍດີປີໃໝ່ຈີນ 2026” ຢູ່ນະຄອນຫຼວງບາງກອກ ໂດຍໄດ້ປະກາດວ່າ: ການຈັດງານດັ່ງກ່າວຈະມີນະຄອນຫຼວງບາງກອກ ແລະ ນະຄອນຫາດໃຫຍ່ເປັນສະຖານທີ່ຫຼັກ, ພ້ອມທັງຈະຈັດກິດຈະກຳສະເຫຼີມສະຫຼອງຕ່າງໆຢູ່ຫຼາຍແຫ່ງ ເພື່ອຕ້ອນຮັບປີມະເມຍ ຫຼື ປີມ້າ ຕາມຈັນທະຄະຕິຈີນ ກໍຄືສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງໄທ-ຈີນ ຄົບຮອບ 51 ປີ.
ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອເພີ່ມການບໍລິໂພກດ້ານການທ່ອງທ່ຽວໃນທົ່ວປະເທດໄທ ແລະ ເພີ່ມຄວາມດຶງດູດໃຈຂອງປະເທດໄທຕື່ມອີກໃນຖານະເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວສຳຄັນສຳລັບບຸນກຸດຈີນນອກຈາກແຜ່ນດິນໃຫຍ່ຈີນ.
ຕາມການຄາດຄະເນຂອງອົງການທ່ອງທ່ຽວແຫ່ງຊາດໄທ ໃຫ້ຮູ້ວ່າ: ໃນໄລຍະພັກບຸນກຸດຈີນປີ 2026, ໄທຈະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດປະມານ 1.250.000 ເທື່ອຄົນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະບຸນກຸດຈີນປີ 2025. ຈຳນວນຄົນອອກເດີນທາງພາຍໃນປະເທດໄທມີປະມານ 2.300.000 ເທື່ອຄົນ, ເພີ່ມຂຶ້ນ 3%, ລາຍຮັບສັງລວມຈາກການທ່ອງທ່ຽວ ຈະມີປະມານ 42,2 ຕື້ບາດ, ເພີ່ມຂຶ້ນ 13%.