
ລະຫວ່າງວັນທີ 29-30 ມັງກອນນີ້, ທ່ານ ລິວໄຫຊີ່ງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນທີ່ເປັນທູດພິເສດຂອງທ່ານ ສີຈິ້ງຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ໄດ້ເດີນທາງໄປຢ້ຽມຢາມຫວຽດນາມ ເພື່ອຊົມເຊີຍການໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມຢ່າງສຳເລັດຜົນ ແລະຈົບງາມ ແລະ ທ່ານ ໂຕເລິມ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ.

ທ່ານ ລິວໄຫຊີ່ງ ໄດ້ຍື່ນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ໃຫ້ແກ່ທ່ານ ໂຕເລິມ ແລະກ່າວວ່າ: ຈີນຍິນດີຮ່ວມກັບຫວຽດນາມຕັ້ງໜ້າຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສູງສຸດລະຫວ່າງສອງພັກ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳລະຫວ່າງຈີນ-ຫວຽດນາມໄດ້ຮັບການພັດທະນາອັນໃໝ່ທີ່ໃຫຍ່ກວ່າເກົ່າ.
ທ່ານ ໂຕເລິມ ໃຫ້ທ່ານ ລິວໄຫຊີ່ງ ຝາກຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະຄວາມຢື້ຢາມຖາມຂ່າວຢ່າງສຸດໃຈໄປຍັງທ່ານ ສີຈິ້ນຜິງ ແລະກ່າວວ່າຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມສະໄໝໃໝ່ຍິນດີພັດທະນາສາຍພົວພັນລະຫວ່າງສອງພັກສອງລັດໃຫ້ກ້າວສູ່ລວງເລິກຢ່າງຕໍ່ເນື່ອງ.
ທ່ານ ລິວໄຫຊີ່ງ ແລະທ່ານ ເລຮວ່າຍຈູງ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ເວລາຄະນະພັກ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຮ່ວມກັນຈັດກອງປະຊຸມຄັ້ງທຳອິດຂອງກົນໄກພົບປະລະຫວ່າງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນ ແລະເລຂາຄະນະພັກກະຊວງການຕ່າງປະເທດຫວຽດນາມ.