ວັນທີ 20 ມັງກອນນີ້, ສູນກາງພັກຄອມມູນິດຈີນໄດ້ສົ່ງສານອວຍພອນເຖິງສູນກາງພັກຄອມມູນິດຫຽດນາມເນື່ອງໃນໂອກາດຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມ ໂດຍມີເນື້ອໃນລະບຸວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມແມ່ນກອງປະຊຸມສຳຄັນທີ່ຈັດຂຶ້ນໃນໄລຍະສຳຄັນທີ່ເປັນຂໍກະແຈ ໃນຂະນະທີ່ພັກ ແລະ ປະຊາຊົນຫວຽດນາມຢວ່າງບາດກ້າວໄປສູ່ເປົ້າໝາຍສູ້ຊົນ 100 ປີ ໃນການສ້າງຕັ້ງພັກ ເຊິ່ງມີຄວາມໝາຍປະຫວັດສາດທີ່ເລິກເຊິ່ງຍາວໄກ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະເປັນກອງປະຊຸມແຫ່ງຄວາມສາມັກຄີ ແລະ ໄຊຊະນະ ແລະ ປະຊາຊົນຫວຽດນາມ ພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກຄອມມູນິດຫວຽດນາມ ຈະສາມາດບັນລຸເປົ້າໝາຍ ແລະ ໜ້າທີ່ທຸກປະການຂອງພັກ ແລະ ການພັດທະນາປະເທດຊາດຢ່າງມີໄຊ.
ພັກ ແລະ ລັດຖະບານຈີນໃຫ້ຄວາມສຳຄັນຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງສອງພັກ ແລະ ສອງລັດຈີນ-ຫວຽດນາມ, ຍິນດີຮ່ວມກັບຫວຽດນາມ ເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຜູ້ນຳສູງສຸດຂອງສອງພັກ ແລະ ສອງລັດ, ສ້າງຄວາມສຸກໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດດີກວ່າເກົ່າ, ຮ່ວມກັນປະກອບສ່ວນສຳຄັນ ເພື່ອສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ກໍຄືສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.