ບຸນອອກພັນສາຂອງລາວ: ຈຳນວນຜູ້ໂດຍສານຜ່ານດ່ານຕາມເສັ້ນທາງລົດໄຟຈີນ-ລາວໄດ້ສ້າງສະຖິຕິສູງສຸດໃນມື້ດຽວ

lmcchina.org,    November 01, 2024
Size:

ອີງຕາມແຫຼ່ງຂ່າວຈາກສະຖານີບໍ່ເຕ່ນຕາມທາງລົດໄຟຈີນ-ລາວແຈ້ງໃຫ້ຮູ້ວ່າ: ວັນທີ 18 ຕຸລາ 2024, ເນື່ອງຈາກບຸນອອກພັນສາຂອງລາວ ແລະ ຄວາມນິຍົມການທ່ອງທ່ຽວແບບຂ້າມຊາຍແດນ, ດ່ານເຂົ້າອອກເມືອງຕາມເສັ້ນທາງລົດໄຟຈີນ-ລາວໄດ້ຕ້ອນຮັບຜູ້ໂດຍສານຈຳນວນຫຼວງຫຼາຍ, ພາຍໃນມື້ດຽວໄດ້ກວດກາ ແລະ ອະນຸຍາດໃຫ້ຜູ້ໂດຍສານເຂົ້າອອກ-ເມືອງເຖິງ 1.273 ຄົນ ເຊິ່ງເປັນສະຖິຕິສູງສຸດນັບແຕ່ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ.

ວັນທີ 17 ຕຸລາ 2024 ເຊິ່ງກົງກັບບຸນອອກພັນສາປີລະເທື່ອຂອງລາວ ເຊິ່ງເປັນໜຶ່ງໃນບຸນປະເພນີທີ່ສຳຄັນຂອງລາວໃນຕະຫຼອດປີ. ໃນໄລຍະວັນບຸນ, ພຸດທະສາສະນິກະຊົນໃນທົ່ວປະເທດລາວໄດ້ຈັດພິທີສະ