ຫວຽດນາມເປັນປະເທດທີ່ມີຜືນແຜ່ນດິນຍາວຢຽດ, ທິດຕາເວັນອອກຕິດກັບທະເລຈີນໃຕ້, ທິດຕາເວັນຕົກຕິດກັບລາວ ແລະ ກຳປູເຈຍ, ມີທິວທັດທຳມະຊາດທີ່ສວຍງາມທີ່ສຸດ.
ແມ່ນ້ຳຂອງໄຫຼຜ່ານປະເທດມຽນມາ, ລາວ,ໄທແລະກຳປູເຈຍແລ້ວໄຫຼລົງສູ່ພາກໃຕ້ຫວຽດນາມ, ແມ່ນ້ຳຂອງໃນພາກໃຕ້ຫວຽດນາມແບ່ງເປັນສອງສາຍຫຼັກຄື:ຍ່ານໃຕ້ແລະ ຍ່ານເໜືອ, ສາຍນ້ຳຍ່ານເໜືອເອີ້ນວ່າ: ນ້ຳຕຽນຢາງ, ສາຍນ້ຳຍ່ານໃຕ້ເອີ້ນວ່າ: ນ້ຳໂຮຢາງ, ໃນທີ່ສຸດ,ນ້ຳສອງສາຍຫຼັກນີ້ໄດ້ແຍກເປັນ 9 ສາຂາແລ້ວໄຫຼປ່ອງໃສ່ທະເລ, ຈິ່ງໄດ້ເອີ້ນຊື່ວ່າ: ແມ່ນ້ຳກູລອງ (ແປວ່າແມ່ນ້ຳ 9 ມັງກອນ), ແມ່ນ້ຳຂອງຕອນຢູ່ຫວຽດນາມຍາວທັງໝົດ 220 ກິໂລແມັດ, ປະລິມານນ້ຳໄຫຼຕະຫຼອດປີມີເຖິງ 475 ຕື້ແມັດກ້ອນ, ສາມາດລະບາຍນ້ຳເຂົ້ານາໄດ້ 2.400. 000 ເຮັກຕາ. ແມ່ນ້ຳຂອງຢູ່ຫວຽດນາມກວ້າງ 800-2500 ແມັດ, ແມ່ນ້ຳສາຍຫຼັກມີຄວາມເລິກ 10 ແມັດ, ສາຍນ້ຳສາຂາເລິກ 2 ແມັດ, ມີນ້ຳໄຫຼຢ່າງໝັ້ນທ່ຽງ, ກຳປັ່ນຂະໜາດ 3.000 ໂຕນ ສາມາດແລ່ນເຮືອ