ປະເທດໄທມີຊື່ທາງການວ່າ ລາຊະອານາຈັກໄທ ເປັນ“ເມືອງພຸດ”ທີ່ມີວັດວາອາຮາມເປັນຈຳນວນຫຼວງຫຼາຍ, ຖືກຂະໜານນາມວ່າ “ສະຫຍາມເມືອງຍິ້ມ” ທີ່ເຊື່ອໃນສາສະໜາ, ເປັນປະເທດທີ່ມີຫຼາກຫຼາຍສີສັນທີ່ທ່ານຄວນໄປຊອກຮູ້ແລະສຳຜັດດ້ວຍຕົນເອງຢ່າງໃກ້ຊິດ.
ແມ່ນ້ຳຂອງໄດ້ຕິດພັນສະໜິດແໜ້ນກັບໄທມາແຕ່ບູຮານນະການ. ຄຳວ່າ “ແມ່ນ້ຳຂອງ” ແປເປັນພາສາອັງກິດແມ່ນ Mekong River, ສ່ວນ Mekong ແມ່ນມີເຄົ້າເດີມມາຈາກພາສາໄທທີ່ວ່າ “ແມ່ນ້ຳຂອງ” ເຊິ່ງມີຄວາມໝາຍວ່າ ແມ່ນ້ຳຂອງຄົນຂະແມ. ພາຍຫຼັງມາ, ພາສາມຽນມາແລະພາສາກຳປູເຈຍ(ພາສາຂະແມ)ຕ່າງກໍໄດ້ຢືມໃຊ້ຄຳວ່າ “ແມ່ນ້ຳຂອງ”. ແມ່ນ້ຳຂອງຕອນຢູ່ຊາຍແດນລະຫວ່າງໄທ-ລາວມີກະແສນ້ຳໄຫຼແຮງ, ມີແກ້ງຫີນຫຼາຍ.ແມ່ນ້ຳຊີ ທີ່ໄຫຼຜ່ານພູພຽງໂຄລາດເປັນສາຂາສຳຄັນສາຍໜຶ່ງຢູ່ຍ່ານກາງຂອງແມ່ນ້ຳຂອງ.
ວັນທີ 23 ມີນາ 2016, ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຊ່ານຢາ ແຂວງ