ປະເທດລາວ

lmcchina.org,    March 12, 2021
Size:

ຊື່ເຕັມຂອງປະເທດລາວເອີ້ນວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແມ່ນປະເທດທີ່ບໍ່ມີຊາຍແດນຕິດກັບທະເລພຽງປະເທດດຽວຢູ່ແຫຼມອິນດູຈີນ. ປະເທດລາວເຮັດໃຫ້ຄົນຮູ້ສຶກວ່າ: ບໍລິສຸດລຽບງ່າຍ ແລະ ໜ້າປະທັບໃຈ. ສາຍຫຼັກຂອງແມ່ນ້ຳຂອງ ທີ່ຢູ່ໃນດິນແດນປະເທດລາວມີຄວາມຍາວ 777.4 ກິໂລແມັດ, ໄຫຼຜ່ານນະຄອນຫຼວງວຽງຈັນ, ມີຕອນໜຶ່ງເປັນຊາຍແດນລະຫວ່າງລາວ ແລະ ມຽນມາ ມີຄວາມຍາວ 234 ກິໂລແມັດ, ຕອນທີ່ເປັນຊາຍແດນລະຫວ່າງ ລາວ ແລະ ໄທ ມີຄວາມຍາວ 976.3 ກິໂລແມັດ. ນ້ຳສາຂານ້ອຍໃຫຍ່ຂອງແມ່ນ້ຳຂອງຢູ່ໃນດິນແດນປະເທດລາວມີເຖິງ 20 ກວ່າສາຍ, ໃນນັ້ນ ແຫຼ່ງກຳເນີດຂອງສາຍນ້ຳສາຂາຢູ່ພາກເໜືອແມ່ນຢູ່ເຂດພູດອຍທາງພາກເໜືອຂອງພູພຽງຊຽງຂວາງ, ຊຶ່ງສັນພູຂອງມັນແມ່ນສັນປັນນ້ຳລະຫວ່າງລະບົບສາຍນ້ຳຂອງແມ່ນ້ຳຂອງກັບລະບົບສາຍນ້ຳຂອງອ່າວເປີຍປູ້, ສາຍ ນ້ຳສາຂາແມ່ນໄຫຼຈາກທິດຕາເວັນອອກສຽງເໜືອໄປສູ່ທິດຕາເວັນຕົກສຽງໃຕ້; ສາຍນ້ຳສາຂາຢູ່ພາກໃຕ້ລ້ວນແຕ່ກຳເນີດມາຈາກສາຍພູຫຼວງ, ຊຶ່ງສັນພູຂອງມັນແມ່ນສັນປັນນ້ຳລະຫວ່າງລະບົບສາຍນ້ຳແມ່ນ້ຳຂອງກັບລະບົບສາຍນ້ຳທະເລຈີນໃຕ້, ສາຍນ້ຳສາຂາແມ່ນໄຫຼໄປຕາມທິດຕາເວັນອອກ-ຕາເວັນຕົກ.

ວັນທີ 23 ມີນາ 2016, ກອງປະຊຸມຜູ້ນຳຄັ້ງທຳອິດກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນຢູ່ນະຄອນສ່ານຢ້າ ແຂວງໄຫຫຼຳ ຈີນ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວໃນເວລານັ້ນ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເປັນຂີດໝາຍສະແດງໃຫ້ເຫັນວ່າ: ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນແມ່ນ້ຳແຫ່ງຄວາມສຸກ ແລະ ແມ່ນ້ຳແຫ່ງການຮ່ວມມື ທີ່ນຳເອົາຄວາມສຸກມາໃຫ້ແກ່ 6 ປະເທດທີ່ຢູ່ລຽບຕາມລຳແມ່ນ້ຳດັ່ງກ່າວ. ຝ່າຍລາວຍິນດີຮ່ວມກັບຝ່າຍຈີນປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນ ທີ່ໄດ້ຕົກລົງກັນໃນກອງປະຊຸມຜູ້ນຳຄັ້ງທຳອິດ.

【ທຸງຊາດລາວ】

【ແນະນຳໂດຍຫຍໍ້】

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີເນື້ອທີ່ 236.800 ກິໂລຕາແມັດ, ມີປະຊາກອນປະມານ 6.740.000 ຄົນ, ແບ່ງອອກເປັນ 50 ຊົນເຜົ່າ. ລາວແມ່ນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຢູ່ພາກເໜືອຂອງແຫຼມອິນດູຈີນ, ທິດເໜືອຕິດກັບຈີນ ມີເສັ້ນຊາຍແດນຍາວ 508 ກິໂລແມັດ, ທິດໃຕ້ຕິດກັບກຳປູເຈຍ ມີເສັ້ນຊາຍແດນຍາວ 535 ກິໂລແມັດ, ທິດຕາເວັນອອກຕິດກັບຫວຽດນາມ ມີເສັ້ນຊາຍແດນຍາວ 2.068 ກິໂລແມັດ, ທິດຕາເວັນຕົກສຽງເໜືອຕິດກັບມຽນມາ ມີເສັ້ນຊາຍແດນຍາວ 236 ກິໂລແມັດ, ທິດຕາເວັນຕົກສຽງໃຕ້ຕິດກັບໄທ ມີເສັ້ນຊາຍແດນຍາວ 1.835 ກິໂລແມັດ. ມີດິນຟ້າອາກາດເປັນລົມມໍລະສຸມເຂດຮ້ອນ ແລະ ອຸນຫະພູມເຂດຮ້ອນ. ເດືອນພຶດສະພາຮອດເດືອນຕຸລາແມ່ນລະດູຝົນ, ເດືອນພະຈິກຮອດເດືອນເມສາແມ່ນລະດູແລ້ງ, ອຸນຫະພູມສະເລ່ຍຕໍ່ປີແມ່ນປະມານ 26 ອົງສາ. 

【ນະຄອນຫຼວງ】

ນະຄອນຫຼວງວຽງຈັນ, ມີປະຊາກອນປະມານ 1.029.000 ຄົນ, ອຸນຫະພູມສະເລ່ຍສູງສຸດແມ່ນ 31,7 ອົງສາ, ອຸນຫະພູມສະເລ່ຍຕ່ຳສຸດແມ່ນ 22,6 ອົງສາ.

【ວັນບຸນສຳຄັນ】

ວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ (ປີ 1949)

ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ (ປີ 1955)

ບຸນປີໃໝ່ລາວ (ບຸນສົງການ ຫຼື ເອີ້ນວ່າ ບຸນຫົດນ້ຳ): ເດືອນ 5 ຕາມປະຕິທິນພຸດທະສາສະໜາ, ປົກກະຕິແລ້ວແມ່ນເລີ່ມຈາກວັນທີ 13 ເມສາຕາມປະຕິທິນສາກົນຂອງທຸກປີ, ຈະດຳເນີນໄປເປັນເວລາ 3 ວັນ.

ວັນເອກະລາດ: ວັນທີ 12 ຕຸລາ (ປີ 1945)

ບຸນທາດຫຼວງ: ເດືອນ 12 ຕາມປະຕິທິນພຸດທະສາສະໜາ, ກົງກັບເດືອນພະຈິກຕາມປະຕິທິນສາກົນ.

ວັນຊາດ: ວັນທີ 2 ທັນວາ (ປີ 1975) 

 【ການທ່ອງທ່ຽວ】

ຫຼວງພະບາງ ແລະ ວັດພູຈຳປາສັກຢູ່ເມືອງປາກເຊ ແຂວງຈຳປາສັກ ໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກ, ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຍັງມີ ພະທາດຫຼວງ, ຫໍພະແກ້ວ ຢູ່ນະຄອນຫຼວງວຽງຈັນ, ນ້ຳຕົກຕາດຄອນພະເພັງຢູ່ແຂວງຈຳປາສັກ, ຕາດກວາງຊີຢູ່ແຂວງຫຼວງພະບາງ ແລະອື່ນໆ. ນັບແຕ່ການປ່ຽນແປງໃໝ່ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ, ການທ່ອງທ່ຽວໄດ້ກາຍເປັຍອຸດສາຫະກຳທີ່ຈະເລີນໃໝ່ໃນການພັດທະນາເສດຖະກິດຂອງລາວ. ຊຸມປີມໍ່ໆມານີ້, ລາວໄດ້ເຊັນສັນຍາການຮ່ວມມືກັບບໍລິສັດທ່ອງທ່ຽວຕ່າງປະເທດ 500 ກວ່າແຫ່ງ, ເປີດດ່ານທ່ອງທ່ຽວສາກົນ 15 ແຫ່ງ, ພ້ອມທັງໄດ້ເພີ່ມງົບປະມານເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ຫຼຸດຄ່າທຳນຽມອອກວີຊາ, ຫຼຸດຜ່ອນຄ່າທຳນຽມດ້ານການທ່ອງທ່ຽວຢູ່ຕາມເຂດຊາຍແດນ ແລະ ມາດຕະການອື່ນໆ, ການທ່ອງທ່ຽວໄດ້ພັດທະນາໄປຢ່າງຕໍ່ເນື່ອງ. ເດືອນພຶດສະພາ ປີ 2013, ປະເທດລາວໄດ້ຖືກສະພາມົນຕີສະຫະພາບເອີຣົບປະກາດໃຫ້ເປັນ “ຈຸດໝາຍປາຍທາງການທ່ອງທ່ຽວດີທີ່ສຸດຢູ່ໃນໂລກ”.