
ວັນທີ 28 ມັງກອນນີ້, ອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໃນໂອກາດນີ້, ໂຄສົກຖະແຫຼງຂ່າວອົງການດັ່ງກ່າວໄດ້ປະກາດຕົວເລກຂໍ້ມູນສຳຄັນ ແລະ ປະສິດທິຜົນຂອງວຽກງານຄຸ້ມຄອງຄົນເຂົ້າເມືອງປີ 2025 ແລະ ຕອບຄຳຖາມຂອງນັກຂ່າວ.
ກອງປະຊຸມຄັ້ງນີ້ໃຫ້ຮູ້ວ່າ: ປີ 2025, ອົງການຄຸ້ມຄອງຄົນເຂົ້າເມືອງໃນທົ່ວປະເທດຈີນໄດ້ກວດກາຄົນເຂົ້າ-ອອກເມືອງ 697 ລ້ານເທື່ອຄົນ, ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ ປີ 2024, ເປັນສະຖິຕິສູງສຸດໃນປະຫວັດສາດ. ໃນນັ້ນ ພົນລະເມືອງຢູ່ແຜ່ນດິນໃຫຍ່ຈີນມີເຖິງ 335 ລ້ານເທື່ອຄົນ ເພີ່ມຂຶ້ນ 15,1%, ພົນລະເມືອງຮົງກົງ, ມາກາວ ແລະ ໄຕ້ຫວັນມີເຖິງ 279 ລ້ານເທື່ອຄົນ ເພີ່ມຂຶ້ນ 10,1%, ຄົນຕ່າງປະເທດມີເຖິງ 82.035.000 ເທື່ອຄົນ, ເພີ່ມຂຶ້ນ 26,4%, ຄົນຕ່າງປະເທດເຂົ້າເມືອງດ້ວຍການຍົກເວັ້ນວິຊາມີເຖິງ 30.080.000 ເທື່ອຄົນ, ກວມເອົາ 73,1% ຂອງຄົນຕ່າງປະເທດທີ່ເຂົ້າເມືອງຈີນ, ເພີ່ມຂຶ້ນ 49,5% ເມື່ອທຽບໃສ່ ປີ 2024.