
ລະຫວ່າງວັນທີ 26-27 ມັງກອນນີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການຮ່ວມມືດ້ານການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2026 ແລະກອງປະຊຸມສະຫຼຸບຜົນການເຄື່ອນໄຫວຮ່ວມ “ຮັກສາຄວາມສະຫງົບປອດໄພແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025” ໄດ້ຈັດຂຶ້ນຢູ່ນະຄອນຄຸນມິງແຂວງຢູນນານຈີນ. ກອງປະຊຸມຄັ້ງນີ້ໄດ້ສະຫຼຸບໝາກຜົນຂອງການຮ່ວມມືດ້ານການປະຕິບັດກົດໝາຍແລະຄວາມໝັ້ນຄົງໃນພາກພື້ນ ທັງໄດ້ຄົ້ນຄວ້າທິດທາງການຮ່ວມມືຈຸດສຸມໃນໄລຍະຕໍ່ໄປ ແລະອື່ນໆ.
ເຈົ້ນໜ້າທີ່ອາວຸໂສຈາກກະຊວງປ້ອງກັນຄວາມສະຫງົບຈີນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ, ກົມຕຳຫຼວດແຫ່ງຊາດກະຊວງພາຍໃນກຳປູເຈຍ, ກະຊວງພາຍໃນມຽນມາ, ຕຳຫຼວດໄທ ແລະ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີີ້ ແລະ ໄດ້ລົງເລິກປຶກສາຫາລືຫົວຂໍ້ຈຸດສຸມກ່ຽວກັບການຮ່ວມມືດ້ານການປະຕິບັດກົດໝາຍແລະຄວາມໝັ້ນຄົງໃນພາກພື້ນ, ໄດ້ຄົ້ນຄວ້າພິຈາລະນາບົດລາຍງານການປະຕິບັດໜ້າທີ່ວຽກງານປີ2025ຂອງສູນຮ່ວມມືປະຕິບັດກົດໝາຍແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ແຜນການດຳເນີນງານປີ 2026 ກ່ຽວກັບການຮ່ວມມືດ້ານການປະຕິບັດກົດໝາຍແລະຄວາມໝັ້ນຄົງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ພ້ອມທັງແລກປ່ຽນຄວາມເຫັນກ່ຽວກັບເອກະສານຕ່າງໆເປັນຕົ້ນແມ່ນ ເອກະສານນິຍາມກ່ຽວກັບການສ້າງສູນຕ້ານການຫຼອກລວງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ລະບຽບການທົ່ວໄປກ່ຽວກັບການຕິດຕາມກວດກາບ່ອນລີ້ຊ່ອນຂອງພວກຫຼອກລວງທາງໂທລະຄົມໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະອື່ນໆ.
ແຫຼ່ງຂ່າວຈາກ: CGTN