ງານ​ວາງ​ສະ​ແດງ​ຕ່ອງ​ໂສ້​ການ​ສະ​ໜອງ​ສາ​ກົນ​ຈີນ​ຄັ້ງ​ທີ 4 ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ລະ​ຫວ່າງວັນ​ທີ 22-26 ມິ​ຖຸ​ນາປີ​ນີ້

CRI, January 29, 2026
Size:

ກອງປະຊຸມວຽກງານສົ່ງເສີມການຄ້າສາກົນຈີນທີ່ຈັດຂຶ້ນໃນວັນທີ 27 ມັງກອນນີ້ເປີດເຜີຍໃຫ້ຮູ້ວ່າ: ງານວາງສະແດງຕ່ອງໂສ້ການສະໜອງສາກົນຈີນຄັ້ງທີ 4 ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 22-26 ມິຖຸນາປີນີ້. ງານວາງສະແດງຄັ້ງນີ້ຈະຄັດເລືອກວິສາຫະກິດດີເດັ່ນເຂົ້າຮ່ວມງານວາງສະແດງໂດຍຍຶດໝັ້ນຫຼັກການຖືຄຸນນະພາບມາກ່ອນ ແລະ ການປະດິດສ້າງເປັນຫົວໃຈສຳຄັນ, ຕົ້ນຕໍແມ່ນສະແດງການຮ່ວມມືດ້ານການປະດິດສ້າງລະຫວ່າງວິສາຫະກິດຈີນ ແລະ ຕ່າງປະເທດ, ເພື່ອສະແດງໃຫ້ເຫັນເຖິງບົດບາດຄ້ຳຊູຂອງຕ່ອງໂສ້ການສະໜອງຂອງຈີນຕໍ່ເສດຖະກິດທົ່ວໂລກ. 

ນອກນີ້, ໃນໄລຍະຈັດງານວາງສະແດງດັ່ງກ່າວ, ຍັງຈະຈັດກິດຈະກຳສຳຄັນຕ່າງໆເຊັ່ນ: ເວທີປຶກສາຫາລືຜູ້ນຳອຸດສາຫະກຳການຄ້າ APEC ແລະອື່ນໆ.