ປີ 2025 ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ທີ່​ມີ​ລາຍ​ຮັບ​ຈາກ​ທຸ​ລະ​ກິດ​ຕົ້ນ​ຕໍຫຼາຍກວ່າ 20 ລ້ານຢວນ​ໃນ​ທົ່ວ​ປະ​ເທດ​ຈີນ ມີ​ກຳ​ໄລ​ເພີ່ມ​ຂຶ້ນ 0,6%

CRI, January 29, 2026
Size:

ວັນທີ 27 ມັງກອນນີ້ ອົງການສະຖິຕິແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນໂດຍສະແດງໃຫ້ເຫັນວ່າ, ປີ 2025, ວິສາຫະກິດອຸດສາຫະກຳທີ່ມີລາຍຮັບຈາກທຸລະກິດຕົ້ນຕໍຫຼາຍກວ່າ 20 ລ້ານຢວນໃນທົ່ວປະເທດຈີນບັນລຸກຳໄລ 7389,2 ຕື້ຢວນ, ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ປີ 2024. ສະເພາະເດືອນທັນວາປີ 2025, ກຳໄລຂອງວິສາຫະກິດປະເພດນີ້ໄດ້ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ປີ 2025, ອຸດສາຫະກຳຜະລິດເຄື່ອງຈັກທີ່ມີລາຍຮັບຈາກທຸລະກິດຕົ້ນຕໍຫຼາຍກວ່າ 20 ລ້ານຢວນມີກຳໄລເພີ່ມຂຶ້ນ 7,7% ເມື່ອທຽບໃສ່ປີ 2024, ກວມເອົາ 39,8% ຂອງຍອດມູນຄ່າກຳໄລຂອງວິສາຫະກິດອຸດສາຫະກຳທັງໝົດ, ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ປີ 2024. 

ປີ 2025, ອຸດສາຫະກຳການຜະລິດດ້ວຍເຕັກໂນໂລຊີສູງທີ່ມີລາຍຮັບຫຼາຍກວ່າ 20 ລ້ານຢວນໄດ້ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີ 2024. ກຳໄລຂອງຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຜະລິດຕະພັນເອເລັກໂຕຣນິກອັດສະລິຍະ, ວັດສະດຸເຄິ່ງຕົວນຳ, ການຜະລິດເຮືອບິນບໍ່ມີຄົນຂັບອັດສະລິຍະ, ການຜະລິດວົງຈອນໄຟຟ້າລວມ ແລະອື່ນໆໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຊິ່ງໄດ້ເພີ່ມແຮງຂັບເຄື່ອນທີ່ແຂງແຮງເຂົ້າໃນການພັດທະນາອຸດສາຫະກຳທີ່ມີຄຸນນະພາບສູງ.