ຈີນ, ລາວ, ໄທ ແລະ ມຽນ​ມາເລີ່ມດຳ​ເນີນ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມ​​ບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ລຳແມ່​ນ້ຳ​ຂອງ​ຄັ້ງ​ທີ 161

CRI, January 28, 2026
Size:

ຕອນເຊົ້າວັນທີ 26 ມັງກອນນີ້, ເຮືອບັງຄັບໃຊ້ກົດໝາຍ 3 ລຳຂອງຈີນທີ່ເຂົ້າຮ່ວມການເຄື່ອນໄຫວລາດຕະເວນຮ່ວມບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ໄທ-ມຽນມາຄັ້ງທີ 161 ຕ່າງໄດ້ເດີນເຮືອອອກຈາກທ່າກຳປັ່ນຈິງຮ່າ ແລະ ທ່າກຳປັ່ນຕຳຫຼວດກ່ວນເຫຼີ້ຍ ກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ການເຄື່ອນໄຫວດັ່ງກ່າວໃນປີ 2026 ເລີ່ມຕົ້ນຢ່າງເປັນທາງການ.

ການເຄື່ອນໄຫວຄັ້ງນີ້ຈະນຳໃຊ້ວິທີປະສານສົມທົບການບັງຄັບໃຊ້ກົດໝາຍຜ່ານການຕະເວນທີ່ແບ່ງເປັນຕອນ ແລະ ການລາດຕະເວນຮ່ວມຢູ່ບໍລິເວນນ່ານນ້ຳສຳຄັນທີ່ອ່ອນໄຫວ. ໃນໄລຍະປະຕິບັດໜ້າທີ່, 4 ປະເທດດັ່ງກ່າວຈະດຳເນີນການເຄື່ອນໄຫວບັງຄັບໃຊ້ກົດໝາຍຮ່ວມຢູ່ບໍລິເວນນ່ານນ້ຳສຳຄັນຕາມລຳແມ່ນ້ຳຂອງຕາມແຜນການ, ປາບປາມອາຊະຍາກຳປະເພດຕ່າງໆຢູ່ເຂດລ່ອງແມ່ນ້ຳຂອງຢ່າງຕໍ່ເນື່ອງ ແລະ ສຸມກຳລັງສຸດຂີດເພື່ອຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບຂອງເຂດລ່ອງແມ່ນ້ຳຂອງໃນຕົ້ນປີ 2026.