ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເພີ່ມ​ການ​ບໍ​ລິ​ການ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ອາ​ຊີ​ກາງ 4 ຂະ​ບວນ

CRI, January 28, 2026
Size:

ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນມິງຈຳກັດໃຫ້ຮູ້ວ່າ: ນັບແຕ່ສູນໂມງຂອງວັນທີ 26 ມັງກອນນີ້ເປັນຕົ້ນໄປ, ເສັ້ນທາງລົດໄຟທົ່ວປະເທດຈີນໄດ້ປະຕິບັດຕາຕະລາງການແລ່ນລົດສະບັບໃໝ່ຢ່າງເປັນທາງການ. ໃນການປັບປຸງເທື່ອນີ້, ສຳລັບເສັ້ນທາງລົດໄຟລາວ-ຈີນແມ່ນໄດ້ເພີ່ມການບໍລິການຂະບວນລົດໄຟຂົນສົ່ງສິນຄ້າອາຊີກາງ 4 ຂະບວນ, ເຊິ່ງຂະບວນທຳອິດໄດ້ເປີດແລ່ນລົດແລ້ວໃນວັນທີ26 ມັງກອນນີ້.

 

ຂະບວນລົດໄຟຂົນສົ່ງສິນຄ້າອາຊີກາງຕາມເສັ້ນທາງລົດໄຟລາວ-ຈີນທີ່ເປີດແລ່ນລົດໃໝ່ເທື່ອນີ້ຕ່າງໄດ້ອອກຈາກສະຖານີລົດໄຟຈົ່ງຢີຊຸ່ນ, ຢວີ້ຊີໃຕ້ແລະຢຽນເຮີ ແຂວງຢູນນານຈີນຢ່າງເປັນລະບຽບ. ພາກສ່ວນທາງລົດໄຟຈະປະສານສົມທົບກັບຄວາມຮຽກຮ້ອງຕ້ອງການດ້ານການຈໍລະຈອນສິນຄ້າຢ່າງສະໜິດແໜ້ນ, ຈັດວາງແຜນການແລ່ນລົດຢ່າງສົມເຫດສົມຜົນຕາມຫຼັກວິທະຍາສາດ, ສ້າງແຜນການບໍລິການຂົນສົ່ງທີ່ຖືກຕ້ອງແມ່ນຢຳແລະມີປະສິດທິພາບສູງກວ່າເກົ່າສະເພາະວິສາຫະກິດຈໍລະຈອນສິນຄ້າແລະເຈົ້າຂອງສິນຄ້າ. ພາຍຫຼັງສິນຄ້ານຳເຂົ້າແລະສົ່ງອອກທີ່ກ່ຽວຂ້ອງໄດ້ກຽມພ້ອມຈາກຖິ່ນກຳເນີດແລ້ວຈະຂົນສົ່ງໄປເຖິງດ່ານທາງລົດໄຟບໍ່ຫານໂດຍກົງແບບປະຕູດຽວ ໂດຍສາມາດບັນລຸການເຊື່ອມຕໍ່ລະບົບການບໍລິການລະຫວ່າງຈີນກັບຕ່າງປະເທດຢ່າງມີປະສິດທິພາບສູງ. 

ແຫຼ່ງຂ່າວຈາກ: CGTN