ກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ປີ 2025, ທົ່ວປະເທດຈີນໄດ້ສ້າງຕັ້ງວິສາຫະກິດທຶນຕ່າງປະເທດໃໝ່ 70.392 ແຫ່ງ, ເພີ່ມຂຶ້ນ 19,1% ເມື່ອທຽບໃສ່ປີ 2024; ມູນຄ່າການນຳໃຊ້ທຶນຕ່າງປະເທດຕົວຈິງມີເຖິງ 747 ຕື້ 690 ລ້ານຢວນ.
ເມື່ອເບິ່ງຕາມຂະແໜງການແລ້ວ, ອຸດສາຫະກຳການຜະລິດໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງ 185 ຕື້ 510 ລ້ານຢວນ, ຂະແໜງການບໍລິການໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງ 545 ຕື້ 120 ລ້ານຢວນ, ຂະແໜງການເຕັກໂນໂລຊີລະດັບສູງໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງ 241 ຕື້ 770 ລ້ານຢວນ. ໃນນັ້ນ, ການບໍລິການການຄ້າເອເລັກໂຕຣນິກ, ການຜະລິດອຸປະກອນການແພດ ແລະ ເຄື່ອງຈັກ, ການຜະລິດເຮືອບິນ ແລະ ຍານອະວະກາດພ້ອມດ້ວຍອຸປະກອນທີ່ກ່ຽວຂ້ອງໄດ້ນຳໃຊ້ທຶນຕ່າງປະເທດຕົວຈິງເຕີບໂຕຢ່າງວ່ອງໄວ.