ຫວ່າງມໍ່ໆມານີ້, ຊຸດຝຶກອົບຮົມກ່ຽວກັບການສ້າງຄວາມສາມາດດ້ານປັນຍາປະດິດຈີນ-ອາຊຽນ 2026 ແລະ ກອງປະຊຸມສໍາມະນາຂັ້ນສູງກ່ຽວກັບເຕັກໂນໂລຊີທັນສະໄໝ ແລະ ການຄຸ້ມຄອງປັນຍາປະດິດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ, ຜູ້ຕາງໜ້າຮ້ອຍກວ່າຄົນຈາກພາກສ່ວນຂອງລັດຖະບານ, ວົງການວິຊາການ ແລະ ອຸດສາຫະກໍາຂອງຈີນ ແລະ ພາກພື້ນອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມເພື່ອປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ເຕັກໂນໂລຊີທັນສະໄໝດ້ານປັນຍາປະດິດ ແລະ ສິ່ງທ້າທາຍດ້ານຄວາມໝັ້ນຄົງ ເປັນຕົ້ນ.
ໂອກາດນີ້, ທ່ານ ໂຫເຈິ່ງກວາງ ຮອງປະທານສະມາຄົມການຫັນເປັນແບບອັດຕະໂນມັດຈີນໄດ້ກ່າວປາໄສວ່າ: ການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງລະຫວ່າງປັນຍາປະດິດ, ການຫັນເປັນແບບອັດຕະໂນມັດ ແລະ ເຕັກໂນໂລຊີດີຈີຕອນ, ພວມຫັນປ່ຽນສະພາບການພັດທະນາຂອງທົ່ວໂລກ ແລະ ສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ການຜະລິດ ກໍຄື ວິຖີຊີວິດຂອງມະນຸດ. ຈີນໄດ້ສະສົມບົດຮຽນອັນອຸດົມສົມບູນດ້ານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ການປະຍຸກໃຊ້ດ້ານອຸດສາຫະກໍາໃນຂົງເຂດການຫັນເປັນແບບອັດຕະໂນມັດ, ສາມາດປະກອບສ່ວນເຂົ້າໃນການພັດທະນາວິທະຍາສາດເຕັກໂນໂລຊີຂອງໂລກ.
ທ່ານ ຢິວຮອງຕັດ ຜູ້ອໍານວຍການໃຫຍ່ສະຖາບັນວິສະວະກໍາ ແລະ ວິທະຍາສາດເຕັກໂນໂລຊີອາຊຽນ ທັງເປັນອະທິການບໍດີມະຫາວິທະຍາໄລ UTAR ຂອງມາເລເຊຍ ກ່າວວ່າ: ພາຍໃຕ້ເບື້ອງຫຼັງປັນຍາປະດິດໄດ້ຮັບການພັດທະນາຢ່າງວ່ອງໄວ, ສິ່ງທ້າທາຍຈາກດ້ານຕ່າງໆເຊັ່ນ: ການຄຸ້ມຄອງ, ຈັນຍາບັນ, ຄວາມໝັ້ນຄົງດ້ານອິນເຕີເນັດ, ການວາງມາດຕະຖານ ແລະ ຄວາມໄວ້ວາງໃຈຂອງມະຫາຊົນ ເປັນຕົ້ນ, ຕ້ອງການການປະສານງານຢ່າງໃກ້ຊິດ ແລະ ການຮ່ວມມືຢ່າງເລິກເຊິ່ງລະຫວ່າງພາກສ່ວນຂອງລັດຖະບານ, ວົງການວິຊາການອຸດສາຫະກໍາ ແລະ ຄູ່ຮ່ວມມືສາກົນ.