ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ນຳ​ເອົາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດຂອງ​ຕົນ​ໄປ​ເຂົ້າ​ຮ່ວມ​ຕະຫຼາດ​ນັດ​ຂະ​ໜາດ​ໃຫຍ່​ຢູ່​ເຂດກວາງ​ຊີ​ຈີນ

lmcchina.org, January 26, 2026
Size:

ວັນທີ 16 ມັງກອນ2025, ກິດຈະກຳ “ເດີນທາງຕາມເສັ້ນທາງສາຍໄໝດິຈິຕອນອັດສະລິຍະ-ຕະຫຼາດນັດຜະລິດຕະພັນກະສິກຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ(ກວາງຊີ)” ໄດ້ໄຂຂຶ້ນຢູ່ນະຄອນຊົງໂຈເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ, ບໍລິສັດການຄ້າຜະລິດຕະພັນກະສິກຳທີ່ມາຈາກປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ມາເລເຊຍ ແລະ ບຣູໄນໄດ້ນຳເອົາຜະລິດຕະພັນກະສິກຳທີ່ມີເອກະລັກພິເສດມາເຂົ້າຮ່ວມ, ຮ່ວມກັນເປີດກວ້າງການຮ່ວມມືດ້ານກະສິກຳອັດສະລິຍະ.

ຢູ່ສະຖານທີ່ຈັດງານຕະຫຼາດນັດ, ໄດ້ວາງສະແດງເຂົ້າສານກຳປູເຈຍ, ຫມາກໄມ້ເປືອກແຂງຫວຽດນາມ, ກາເຟລາວ, ໃບຊາມຽນມາ, ໝາກໄມ້ແຫ້ງໄທ ແລະອື່ນໆ, ວິສາຫະກິດກະສິກຳຂອງເຂດກວາງຊີ, ແຂວງ ກວາງຕຸ້ງ ແລະ ແຂວງຢຸນນານຂອງຈີນ ໄດ້ນຳມາຊຶ່ງຜະລິດຕະພັນກະສິກຳ ແລະ ຜະລິດຕະພັນປຸງແຕ່ງທີ່ມີຄຸນນະພາບດີເດັ່ນຈຳນວນຫຼວງຫຼາຍໃນຂົງເຂດການປູກຝັງ, ການລ້ຽງສັດ ແລະ ການປະມົງ.

ການຄ້າຜະລິດຕະພັນກະສິກຳລະຫວ່າງຈີນກັບປະເທດແມ່ນ້ຳຂອງ ໄດ້ສ່ອງແສງໃຫ້ເຫັນເຖິງຜົນການຮ່ວມມືສອງຝ່າຍ. ທ່ານມ໋າຈື້ກ່າງ ຮອງຫົວໜ້າສູນການຮ່ວມມືເສດຖະກິດກັບຕ່າງປະເທດຂອງກະຊວງກະສິກຳ ແລະ ຊົນນະບົດຈີນກ່າວວ່າ: ພາກພື້ນແມ່ນ້ຳຂອງແມ່ນຄູ່ການຄ້າຜະລິດຕະພັນກະສິກຳທີ່ສຳຄັນ ແລະ ເຂດສຳຄັນໃນການລົງທຶນຢູ່ຕ່າງປະເທດດ້ານກະສິກຳຂອງຈີນ. ໃນຊຸມປີມໍ່ໆມານີ້, ສູນດັ່ງກ່າວໄດ້ຈັດກິດຈະກຳຕ່າງໆ ເຊັ່ນ: ຮ່ວມກັນຄົ້ນຄວ້ານະໂຍບາຍ, ສ້າງຈຸດທົດລອງດ້ານເຕັກໂນໂລຊີ, ສ້າງເວທີງານວາງສະແດງ, ແລກປ່ຽນອົບຮົມນັກວິຊາການ ແລະອື່ນໆ ເພື່ອລົງເລິກການຮ່ວມມືດ້ານກະສິກຳຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ຫວັງວ່າຜ່ານກິດຈະກຳຄັ້ງນີ້, ຈະເຮັດໃຫ້ຜະລິດຕະພັນກະສິກຳທີ່ມີເອກະລັກພິເສດຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຫຼາຍກວ່າເກົ່າເຂົ້າເຖິງຕະຫຼາດທີ່ກວ້າງຂວາງກວ່າເກົ່າດ້ວຍການຂັບເຄື່ອນຂອງເຕັກໂນໂລຊີດິຈິຕອນ.