ວັນທີ 23 ມັງກອນນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານໂຕເລິມ ເນື່ອງໃນໂອກາດທ່ານໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມຢ່າງສຳເລັດຜົນ ໄດ້ເປີດປະຫວັດສາດໜ້າໃໝ່ຂອງການພັດທະນາຂອງຊົນຊາດຫວຽດນາມ ແລະ ຈະເປັນການຊຸກຍູ້ສົ່ງເສີມການພັດທະນາຂອງຂະບວນການສັງຄົມນິຍົມໃນທົ່ວໂລກ. ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງສູນກາງພັກຄອມມູນິດຫວຽດນາມສະໄໝໃໝ່ທີ່ມີສະຫາຍເລຂາທິການໃຫຍ່ເປັນແກນນຳ, ພັກຄອມມູນິດຫວຽດນາມຈະສາມາດນຳພາປະຊາຊົນຫວຽດນາມສາມັກຄີກັນ ແລະ ບາກບັ່ນສູ້ຊົນ ເພື່ອຊຸກຍູ້ພາລະກິດຂອງພັກ ແລະ ລັດຂອງຫວຽດນາມໃຫ້ໄດ້ຮັບຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ແລະ ສຳເລັດໜ້າທີ່ເປົ້າໝາຍຕ່າງໆທີ່ກຳນົດໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມ.
ຈີນ ແລະ ຫວຽດນາມເປັນປະເທດສັງຄົມນິຍົມຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍທາງຍຸດທະສາດ. ຂ້າພະເຈົ້າທະນຸຖະໜອມສາຍພົວພັນສອງພັກ ແລະ ສອງລັດຈີນ-ຫວຽດນາມເປັນຢ່າງຍິ່ງ, ຍິນດີຮ່ວມກັບສະຫາຍເລຂາທິການໃຫຍ່, ເພີ່ມທະວີການແລກປ່ຽນທາງຍຸດທະສາດ, ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ຊຸກຍູ້ພາລະກິດສັງຄົມນິຍົມຢ່າງເດັດດ່ຽວ, ນຳພາການຮ່ວມມືຍຸດທະສາດຮອບດ້ານ ແລະ ການສ້າງຄູ່ຮ່ວມຊາຕາກຳໃຫ້ໄດ້ຮັບໝາກຜົນທີ່ອຸດົມສົມບູນຢ່າງບໍ່ຢຸດຢັ້ງ, ສ້າງຄວາມຜາສຸກແກ່ປະຊາຊົນສອງຊາດໃຫ້ໄດ້ຫຼາຍກວ່າເກົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ກໍຄືຂອງໂລກ.