ຜູ້​ແທນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ຂອງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ​ປ່ອນ​ບັດ​ເລື​ອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​​ພັກສະ​ໄໝ​ທີ 14

CRI, January 26, 2026
Size:

ວັນທີ 22 ມັງກອນນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມໄດ້ປ່ອນບັດເລືອກຕັ້ງຄະນະກຳມະການສູນກາງພັກຄອມມູນິດຫວຽດນາມສະໄໝທີ 14, ທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມຄົນປັດຈຸບັນໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກສະໄໝໃໝ່.

ຄະນະກຳມະການສູນກາງພັກຄອມມູນິດຫວຽດນາມສະໄໝທີ 14 ປະກອບດ້ວຍສະມາຊິກ 200 ທ່ານ ເຊິ່ງລວມທັງກຳມະການສົມບູນ 180 ທ່ານ ແລະ ກຳມະການສຳຮອງ 20 ທ່ານ. ນອກຈາກທ່ານໂຕເລິມແລ້ວ, ທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານເຈິ່ນເກິນຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມກໍໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກສະໄໝໃໝ່.

ຖະແຫຼງການທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມເປີດເຜີຍໃນວັນທີ 22 ມັງກອນນີ້ລະບຸວ່າ: ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກຳມະການສູນກາງພັກຄອມມູນິດຫວຽດນາມສະໄໝທີ 14 ຈັດຂຶ້ນໃນວັນທີ 23 ມັງກອນນີ້, ສ່ວນມື້ອັດກອງປະຊຸມໃຫຍ່ຄັ້ງນີ້ຈະຈັດຂຶ້ນໃນທີ 25 ມັງກອນນີ້.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກຄອມມູນິດຫວຽດນາມຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍໃນວັນທີ 20 ມັງກອນນີ້ ໂດຍມີຜູ້ແທນ 1.586 ທ່ານທີ່ຕາງໜ້າສະມາຊິກພັກຄອມມູນິດຫວຽດນາມ 5,6 ລ້ານກວ່າຄົນເຂົ້າຮ່ວມ.