
ຮູບຖ່າຍລວມຂອງສຳມະນາກອນຊຸດຝຶກອົບຮົມເຕັກນິກການປູກຜັກ ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຮ່ວມມືດ້ານເຕັກນິກກະສິກຳທັນສະໄໝທີ່ກວາງຊີຊ່ວຍເຫຼືອກຳປູເຈຍ
ນັບແຕ່ໄດ້ດຳເນີນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ເປັນເວລາ 10 ກວ່າປີເປັນຕົ້ນມາ, ກວາງຊີໄດ້ຖືເອົາກະສິກຳເປັນສາຍໃຍຜູກພັນ ເພື່ອລົງເລິກການພົວພັນດ້ານເສດຖະກິດ-ການຄ້າ, ການແລກປ່ຽນເຕັກໂນໂລຊີ ແລະ ການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກກັບປະເທດຫວຽດນາມ, ລາວ ແລະ ກຳປູເຈຍ ໂດຍໄດ້ສ້າງສະພາບການພັດທະນາກະສິກຳແບບປະສົມປະສານ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຶ່ງຜົນການຮ່ວມມືໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນທ້ອງຖິ່ນຢ່າງຕໍ່ເນື່ອງ.
ນັບແຕ່ເດືອນມັງກອນ ຫາ ເດືອນພະຈິກ 2025, ການຄ້າຂາເຂົ້າ-ຂາອອກຜະລິດຕະພັນກະສິກຳລະຫວ່າງກວາງຊີ ກັບ ສປປ ລາວໄດ້ເພີ່ມຂຶ້ນ 46,76% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຜະລິດຕະພັນກະສິກຳລະຫວ່າງກວາງຊີ ແລະ ຫວຽດນາມໄດ້ບັນລຸ 16,794 ຕື້ຢວນ ເພີ່ມຂຶ້ນ 48% ໃນໄລຍະ 5 ປີຜ່ານມາ. ໝາກໄມ້ເຂດຮ້ອນຕ່າງໆ ເຊັ່ນ: ໝາກທຸລຽນ, ໝາກມັງກອນ ແລະອື່ນໆ ຂອງປະເທດຫວຽດນາມ ໄດ້ຖືກຂົນສົ່ງເຂົ້າໄປຈີນຜ່ານດ່ານຊາຍແດນມິດຕະພາບກວາງຊີຢ່າງມີປະສິດທິພາບສູງ ແລະ ບັນລຸໄດ້ “ເກັບມື້ນີ້, ຮອດກວາງຊີມື້ຕໍ່ມາ”. ປີ 2025, ຍອດມູນຄ່າຂາເຂົ້າ-ຂາອອກຜະລິດຕະພັນກະສິກຳລະຫວ່າງກວາງຊີ ແລະ ກຳປູເຈຍໄດ້ເພີ່ມຂຶ້ນ 3 ເທົ່າຖ້າທຽບໃສ່ປີຜ່ານມາ, ໝາກກ້ວຍ ແລະ ໝາກລຳໄຍຂອງກຳປູເຈຍໄດ້ຂ້າມສາຍພູສາຍນ້ຳ ແລະ ໄດ້ກາຍເປັນ “ສິ່ງປະຈໍາ” ຢູ່ເທິງໂຕະອາຫານຂອງປະຊາຊົນຈີນ.
ປັດຈຸບັນ, ກວາງຊີໄດ້ສ້າງຕັ້ງເຂດສາທິດການຮ່ວມມືດ້ານກະສິກຳ ແລະ ສູນທົດລອງແນວພັນພືດທີ່ດີຫຼາຍແຫ່ງຢູ່ບັນດາປະເທດແມ່ນ້ຳຂອງ, ໂດຍລວມແລ້ວ, ໄດ້ແນະນຳເຜີຍແຜ່ການນຳໃຊ້ແນວພັນພືດທີ່ດີ ແລະ ແທດເໝາະ ຫຼາຍກວ່າ 220 ແນວພັນຢູ່ປະເທດລາວ ແລະ ກໍາປູເຈຍ ມີເນື້ອທີ່ເຂດສາທິດ ແລະ ເຜີຍແຜ່ຫຼາຍພັນເຮັກຕາ.

ຮູບຖ່າຍສູນທົດລອງແນວພັນພືດທີ່ດີ ຈີນ(ກວາງຊີ)-ລາວ ທີ່ແນະນຳເຜີຍແຜ່ເຕັກນິກການຍົກສູງຜົນຜະລິດຂອງເຂົ້ານາແບບສີຂຽວຢູ່ລາວ.