ມູນ​ຄ່າ​ການ​ຜະ​ລິດ​​ທົ່ວ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຮູບ​ເງົາ​ຂອງ​ຈີນ​ໃນ​ປີ​ກາຍ​ຈັດ​ຢູ່​ແຖວ​ໜ້າ​ຂອງ​ໂລກ

CRI, January 23, 2026
Size:

ກົມຮູບເງົາແຫ່ງຊາດຈີນເປີດເຜີຍໃນວັນທີ 21 ມັງກອນນີ້ວ່າ: ຕາມສະຖິຕິທີ່ຍັງບໍ່ຄົບຖ້ວນ, ມູນຄ່າການຜະລິດທົ່ວຕ່ອງໂສ້ອຸດສາຫະກຳຮູບເງົາຂອງຈີນໃນປີ 2025 ໄດ້ບັນລຸເຖິງ 817,259 ຕື້ຢວນ, ອັດຕາຊຸກຍູ້ຂອງການຂາຍປີ້ເຂົ້າຊົມເປັນ 1:15,77, ລ້ວນແຕ່ໄດ້ຈັດຢູ່ແຖວໜ້າຂອງໂລກ.

ເວົ້າລະອຽດແລ້ວວ່າ: ໃນມູນຄ່າການຜະລິດທີ່ເປັນ 817,2 ຕື້ຢວນແລ້ວ, ມູນຄ່າການຜະລິດໃນອຸດສາຫະກຳແກນກາງມີຫຼາຍກວ່າ 226,6 ຕື້ຢວນ, ມູນຄ່າການຜະລິດທາງອ້ອມມີຫຼາຍກວ່າ 251,5 ຕື້ຢວນ, ສ່ວນມູນຄ່າຂັບເຄື່ອນ ແລະ ມູນຄ່າທີ່ສາມາດສ້າງໃຫ້ອຸດສາຫະກຳອື່ນມີເຖິງ 339 ຕື້ຢວນ ເຊິ່ງເປັນຕົວເລກທີ່ໂດດເດັ່ນທີ່ສຸດ.

ຜູ້ຊ່ຽວຊານທີ່ກ່ຽວຂ້ອງກ່າວວ່າ: ທ່າແຮງບົ່ມຊ້ອນຂອງຮູບເງົາໃນການຂັບເຄື່ອນການພັດທະນາເສດຖະກິດສັງຄົມຂອງຈີນພວມຖືກຂຸດຄົ້ນອອກມານັບມື້ນັບຫຼາຍຂຶ້ນ, ເສດຖະກິດຮູບເງົາໄດ້ກາຍເປັນພະລັງຂັບເຄື່ອນທີ່ແຂງແຮງໃຫ້ແກ່ການຍົກລະດັບການບໍລິໂພກດ້ານການບໍລິການຂອງຈີນ ແລະ ຊຸກຍູ້ວັດທະນະທຳຈີນກ້າວໄປສູ່ໂລກ.