ກອງເລຂາເຄືອຂ່າຍຄວາມປອດໄພທາງປັນຍາປະດິດອາຊຽນ ສ້າງຕັ້ງຂຶ້ນຢູ່ມາເລເຊຍ

CRI, January 23, 2026
Size:

ຫວ່າງມໍ່ໆມານີ້, ທ່ານໂກບິນດ໌ ຊິງ ແດວ ລັດຖະມົນຕີກະຊວງດີຈີຕອນມາເລເຊຍກ່າວວ່າ: ອາຊຽນສ້າງຕັ້ງກອງເລຂາເຄືອຂ່າຍຄວາມປອດໄພທາງປັນຍາປະດິດຢູ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ ເພື່ອຊຸກຍູ້ການພັດທະນາໃນຂົງເຂດເຕັກໂນໂລຊີດີຈີຕອນລະດັບພາກພື້ນ ແລະ ເສີມສ້າງການບໍລິຫານດີຈີຕອນ.

ທ່ານໂກບິນດ໌ ຊິງ ແດວ ກ່າວຕື່ມວ່າ: ລັດຖະມົນດີຈີຕອນຂອງບັນດາປະເທດໃນອາຊຽນໄດ້ບັນລຸຄວາມເປັນເອກະພາບກັນກ່ຽວກັບການສ້າງຕັ້ງກອງເລຂາເຄືອຂ່າຍຄວາມປອດໄພທາງປັນຍາປະດິດຂອງອາຊຽນ ທັງໄດ້ຮັບການອະນຸມັດຈາກປະມຸກລັດຂອງບັນດາປະເທດໃນອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ທີ່ຈັດຂຶ້ນຢູ່ນະຄອນຫຼວງກົວລາລຳເປີໃນປີ 2025. ນີ້ເປັນນິມິດໝາຍທີ່ສຳຄັນໃນປະຫວັດສາດ, ໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງອາຊຽນທີ່ສຸມກຳລັງເຂົ້າໃນການພັດທະນາປັນຍາປະດິດທີ່ປອດໄພ, ໄວ້ເນື້ອເຊື່ອໃຈໄດ້ ແລະ ມີຄວາມຮັບຜິດຊອບ. ໃນຖານະເປັນເວທີໜຶ່ງ, ເຄືອຂ່າຍທາງປັນຍາປະດິດຈະຊ່ວຍບັນດາປະເທດໃນອາຊຽນເພີ່ມທະວີການຮ່ວມມື, ຍົກສູງການສ້າງຄວາມສາມາດຂອງຕົນ, ສ້າງກົດລະບຽບ ແລະ ມາດຕະການປ້ອງກັນທີ່ກ່ຽວຂ້ອງ ເພື່ອຍົກສູງຄວາມສາມາດໃນການຮັບມືກັບຄວາມສ່ຽງທີ່ເກີດຈາກປັນຍາປະດິດ ໃນຂະນະທີ່ຊຸກຍູ້ການປະດິດສ້າງໃໝ່.