ແຫຼ່ງຂ່າວຈາກກະຊວງການຄ້າຈີນໃຫ້ຮູ້ວ່າ: ການລົງທຶນໂດຍກົງທີ່ບໍ່ແມ່ນຂົງເຂດການເງິນຢູ່ຕ່າງປະເທດຂອງຈີນໃນປີ 2025 ໄດ້ເພີ່ມຂຶ້ນ 1,3% ເມື່ອທຽບໃສ່ປີ 2024, ຄອງອັນດັບແຖວໜ້າຂອງໂລກຢ່າງໝັ້ນທ່ຽງ.
ຂ່າວລາຍງານວ່າ: ໃນປີ 2025, ການລົງທຶນໂດຍກົງທີ່ບໍ່ແມ່ນຂົງເຂດການເງິນຢູ່ຕ່າງປະເທດຂອງຈີນແມ່ນ 145, 66 ຕື້ໂດລາ, ເພີ່ມຂຶ້ນ 1,3% ເມື່ອທຽບໃສ່ປີ 2024, ການລົງທຶນຕໍ່ຕ່າງປະເທດໄດ້ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກເປັນເວລາ 9 ປີລຽນຕິດ. ມູນຄ່າໃນສັນຍາທີ່ເຊັນກັນໃໝ່ໃນການຮັບເໝົາກໍ່ສ້າງໂຄງການຢູ່ຕ່າງປະເທດມີເຖິງ 289,22 ຕື້ໂດລາ, ເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2024, ຂະໜາດ ແລະ ປະສິດທິຜົນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ; ຄຸນນະພາບ ແລະ ປະສິດທິຜົນຂອງການຊ່ວຍເຫຼືອຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເປັນການຮັບໃຊ້ການພັດທະນາດ້ວຍຄຸນນະພາບສູງໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.
ປີ 2026 ເປັນປີເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ພາກສ່ວນຄຸ້ມຄອງທຸລະກິດການຄ້າທຸກຂັ້ນຈະປັບປຸງລະບົບການບໍລິການສັງລວມຕໍ່ຕ່າງປະເທດ ແລະ ຄຸ້ມຄອງການລົງທຶນຕໍ່ຕ່າງປະເທດຢ່າງມີປະສິດທິຜົນ ເພື່ອຊຸກຍູ້ໃຫ້ການລົງທຶນຕໍ່ຕ່າງປະເທດ ແລະ ການຮ່ວມມືດ້ານ ເສດຖະກິດມີການເລີ່ມຕົ້ນທີ່ດີ.