
ຕາມຂ່າວແຈ້ງວ່າ: ຜົນການສຳຫຼວດທີ່ສະພາການຄ້າອາເມຣິກາຂອງຈີນເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ວິສາຫະກິດອາເມຣິກາປະຈຳຈີນທີ່ຕອບການສຳພາດມີຄວາມເຫັນໄປໃນແງ່ດີເພີ່ມຂຶ້ນຢ່າງຈະແຈ້ງຕໍ່ການເຕີບໂຕຢູ່ຕະຫຼາດຈີນ ໂດຍມີຫຼາຍກວ່າເຄິ່ງໜຶ່ງຄາດຄະເນວ່າ ຈະໄດ້ກຳໄລ ຫຼື ໄດ້ກຳໄລຢ່າງຫຼວງຫຼາຍໃນປີກາຍ. ຕໍ່ເລື່ອງນີ້, ໃນກອງປະຊຸມຖະແຫຼງຂ່າວ ທີ່ຈັດຂຶ້ນວັນທີ 19 ມັງກອນນີ້, ທ່ານກົ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການມາພັດທະນາຢູ່ຈີນຈະຍາດໄດ້ໂອກາດພັດທະນາກ່ອນໝູ່ ແລະ ການລົງທຶນຢູ່ຈີນຈະໄດ້ຮັບກຳໄລທີ່ດີ. ຜົນສຳເລັດຂອງວິສາຫະກິດອາເມຣິກາຢູ່ຈີນໄດ້ຢືນຢັນແລ້ວວ່າ: ຖ້າອາເມຣິກາ ແລະ ຈີນຮ່ວມມືກັນຈະສ້າງຜົນປະໂຫຍດໃຫ້ແກ່ສອງຝ່າຍ, ການຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອາເມຣິກາຂະຫຍາຍຕົວຢ່າງໝັ້ນທ່ຽງ, ປອດໃສ ແລະ ຍືນຍົງ ສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງຝ່າຍ.
ທ່ານກົ່ວເຈ່ຍຄຸນກ່າວຕື່ມວ່າ: ຈີນເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ແຕ່ປີນີ້ເປັນຕົ້ນໄປ ແລະ ຍິນດີຕ້ອນຮັບວິສາຫະກິດຈາກປະເທດຕ່າງໆ ເຊິ່ງລວມທັງວິສາຫະກິດອາເມຣິກາໃຫ້ເຂົ້າມາກຳໂອກາດພັດທະນາດ້ວຍຄຸນນະພາບສູງຂອງຈີນ ແລະ ຊົມໃຊ້ຜົນກຳໄລທີ່ດີເລີດທີ່ໄດ້ມາຈາກຕະຫຼາດລະດັບພັນຕື້ຂອງຈີນ.