
ທ່ານຊຸນວຸ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວໃນວັນທີ 19 ມັງກອນນີ້ວ່າ: ໃນຖານະເປັນປະເທດມົນຕີຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ແລະ ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນເດັດດ່ຽວປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ, ຕັ້ງໜ້າຊຸກຍູ້ການປັບປຸງການບໍລິຫານໂລກ. ນັບແຕ່ຈີນສະເໜີຂໍ້ລິເລີ່ມການບໍລິຫານທົ່ວໂລກໃນເດືອນກັນຍາປີ 2025, ມາຮອດປັດຈຸບັນ, ຂໍ້ລິເລີ່ມດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ 150 ກວ່າປະເທດ, ເມື່ອຜະເຊີນໜ້າກັບສິ່ງທ້າທາຍລະດັບໂລກທີ່ພົ້ນເດັ່ນຍິ່ງຂຶ້ນ, ຈີນຍິນດີພະຍາຍາມຮ່ວມກັບຝ່າຍຕ່າງໆ ເພື່ອຊຸກຍູ້ໃຫ້ຂໍ້ລິເລີ່ມດັ່ງກ່າວກ້າວສູ່ລວງເລິກຢ່າງໜັກແໜ້ນ.
ທ່ານຊຸນວຸ້ຍຕົ່ງເນັ້ນໜັກວ່າ: ຄວາມສຳພັນລະຫວ່າງປະເທດຕ້ອງຖືກກຳນົດ ແລະ ຄຸ້ມຄອງໂດຍກົດລະບຽບ ແລະ ຂໍ້ບັງຄັບຕ່າງໆ, ຫາກບໍ່ແມ່ນການປ່ອຍປະໃຫ້ບາງປະເທດທຽວໃຊ້ອຳນາດບາດໃຫຍ່ ກົດຂີ່ຂົ່ມເຫັງປະເທດອື່ນຕາມລຳພັງ, ໂລກໃນປັດຈຸບັນນີ້, ລັດທິເຈົ້າອຳນາດຍ່ອມບໍ່ອະນາຄົດ.