ປີ 2025, GDP ຂອງຈີນບັນລຸເຖິງ 140.000 ຕື້ຢວນ, ເຕີບໂຕ 5%

CRI, January 20, 2026
Size:

ວັນທີ 19 ມັງກອນນີ້, ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນຈັດກອງປະຊຸມຖະແຫຼງຂ່າວ. ເຈົ້າໜ້າທີ່ອົງການສະຖິຕິແຫ່ງຊາດເຜີຍໃຫ້ຮູ້ກ່ຽວກັບສະພາບການດຳເນີນງານຂອງເສດຖະກິດແຫ່ງຊາດໃນປີ 2025 ທັງຕອບຄຳຖາມນັກຂ່າວ.

ຂ່າວລາຍງານວ່າ: ເປົ້າໝາຍຕົ້ນຕໍຂອງການພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດໃນປີ 2025 ໄດ້ຮັບຜົນສຳເລັດຢ່າງຈົບງາມ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ໄດ້ສຳເລັດລົງຢ່າງມີໄຊ. ຕາມການຄິດໄລ່ເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນປະເທດໃນປີ 2025 ໄດ້ບັນລຸເຖິງ 140.187,9 ຕື້ຢວນ, ເຕີບໂຕ 5% ເມື່ອທຽບໃສ່ປີ 2024 ຖ້າຄິດໄລ່ດ້ວຍລາຄາທີ່ບໍ່ປ່ຽນແປງ.

ເມື່ອເບິ່ງຈາກຂະແໜງການຕ່າງໆແລ້ວເຫັນວ່າ: ລວມຍອດຜະລິດຕະພັນຂອງຂະແໜງການກະສິກຳບັນລຸ 9.334,7 ຕື້ຢວນ, ເຕີບໂຕ 3,9% ເມື່ອທຽບໃສ່ປີ 2024; ອຸດສາຫະກຳບັນລຸ 49.965,3 ຕື້ຢວນ, ເຕີບໂຕ 4,5% ແລະ ຂະແໜງການບໍລິການບັນລຸ 80.887,9 ຕື້ຢວນ, ເຕີບໂຕ 5,4% ເມື່ອທຽບໃສ່ປີ 2024.