ປະ​ລິ​ມານ​ການ​ໃຊ້​ໄຟ​ຟ້າ​ຂອງ​ຈີນ​ໃນ​ປີ 2025 ບັນ​ລຸ​ຫຼາຍກວ່າ 10.000 ຕື້​ກິ​ໂລ​ວັດ​ໂມງ​ເປັນ​ຄັ້ງ​ປະ​ຫວັດ​ສາດ

CRI, January 20, 2026
Size:

ອົງການພະລັງງານແຫ່ງຊາດຈີນ ແຈ້ງໃຫ້ຮູ້ໃນວັນທີ 17 ມັງກອນນີ້ວ່າ: ປີ2025, ປະລິມານການໃຊ້ໄຟຟ້າໃນທົ່ວປະເທດຈີນບັນລຸຫຼາຍກວ່າ 10.000 ຕື້ກິໂລວັດໂມງເປັນຄັ້ງປະຫວັດສາດ ຄື: ບັນລຸເຖິງ 10.400 ຕື້ກິໂລວັດໂມງ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ2024.

ຕົວເລກດັ່ງກ່າວເປັນສະຖິຕິຄັ້ງທໍາອິດໃນປະເທດໜຶ່ງຂອງທົ່ວໂລກ, ເທົ່າກັບຫຼາຍກວ່າສອງເທົ່າຕົວຂອງປະລິມານການໃຊ້ໄຟຟ້າທົ່ວປະເທດອາເມຣິກາໃນໝົດປີ ແລະຫຼາຍກວ່າຍອດປະລິມານການໃຊ້ໄຟຟ້າຕໍ່ປີລວມເຂົ້າກັນຂອງສະຫະພາບເອີຣົບ, ຣັດເຊຍ, ອິນເດຍ ແລະ ຍີ່ປຸ່ນ.

ເດືອນກໍລະກົດ ແລະ ເດືອນສິງຫາປີ2025 ຜ່ານມາ, ປະລິມານການໃຊ້ໄຟຟ້າປະຈຳເດືອນໃນທົ່ວປະເທດຈີນ ໄດ້ບັນລຸຫຼາຍກວ່າ 1.000 ຕື້ກິໂລວັດໂມງເປັນສອງເດືອນຕິດຕໍ່ກັນ ແລະ ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ ຕາມລຳດັບ.

ແຫຼ່ງຂ່າວຈາກ: CGTN