ໃນກິດຈະກຳ “ວິໄສທັດປີໃໝ່ 2026 ຂອງເວທີປຶກສາຫາລືອາຊີໂປອາວ” ທີ່ຈັດຂຶ້ນໃນວັນທີ 16 ມັງກອນນີ້, ທ່ານ ຈ່າງຈວິ່ນ ເລຂາທິການໃຫຍ່ເວທີປຶກສາຫາລືອາຊີໂປອາວ ໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບສະພາບການກະກຽມກອງປະຊຸມເວທີປຶກສາຫາລືອາຊີໂປອາວ 2026. ທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ພາຍໃຕ້ຫົວຂໍ້ “ສ້າງອະນາຄົດຮ່ວມກັນ: ສະພາບການໃໝ່, ໂອກາດໃໝ່ ແລະ ການຮ່ວມມືໃໝ່” ຈະຈັດຂຶ້ນຢູ່ແຂວງໄຫຫຼຳຈີນ ລະຫວ່າງວັນທີ 24-27 ມີນາປີນີ້, ຮອດເວລານັ້ນຈະຈັດງານສົນທະນາຂັ້ນສູງ, ເວທີປຶກສາຫາລືຍ່ອຍ, ກອງປະຊຸມໂຕະມົນ ແລະ ກິດຈະກຳອື່ນໆ.
ກອງປະຊຸມເວທີປຶກສາຫາລືອາຊີໂປອາວ 2026 ຈະສຸມໃສ່ການແລກປ່ຽນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ເພີ່ມຄວາມແນ່ນອນໃຫ້ແກ່ໂລກທີ່ບໍ່ມີຄວາມແນ່ນອນ, ການລົງທຶນເພື່ອອະນາຄົດ, ບົດບາດຂອງປະເທດເຂດໂລກໃຕ້ໃນການປັບປຸງການບໍລິຫານເສດຖະກິດໂລກໃຫ້ສົມບູນຂຶ້ນ, ບົດບາດນຳພາຂອງອາຊີໃນການຫັນປ່ຽນດ້ານເສດຖະກິດໂລກ, ຮ່ວມກັນຮັກສາຄວາມໝັ້ນຄົງດ້ານເສດຖະກິດ ແລະ ອື່ນໆ.