ສອງກອ​ງ​ທັບ​ຈີນ-ລາວ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ດ້ານວຽກ​ງານ​ປ້ອງ​ກັນ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງ

CRI, January 19, 2026
Size:

ຕາມຂ່າວແຈ້ງວ່າ, ຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ໂດຍສະເໜີວ່າ ຈະເປີດກວ້າງການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ.

ຕອນບ່າຍວັນທີ 16 ມັງກອນນີ້, ທ່ານພັນເອກພິເສດ ຈ່າງສຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ມີຄວາມເຫັນກ່ຽວກັບການຊຸກຍູ້ການຂະຫຍາຍສາຍພົວພັນສອງກອງທັບຈີນ-ລາວຕື່ມອີກວ່າ: ປີ 2026 ເປັນປີທີ່ຈີນ ແລະ ລາວສ້າງສາຍພົວພັນທາງການທູດຄົບຮອບ 65 ປີ, ການພົວພັນຈີນ-ລາວໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດ. ພາຍໃຕ້ການຊີ້ນຳນຳພາດ້ານຍຸດທະສາດຂອງຜູ້ນຳສອງພັກສອງລັດ, ການນຳຂັ້ນສູງຂອງສອງກອງທັບຈີນ-ລາວໄດ້ມີການແລກປ່ຽນກັນຢ່າງໃກ້ຊິດ, ໄດ້ຈັດການຊ້ອມຮົບຮ່ວມຕ່າງໆ ເຊັ່ນ: “ໂລ້ກຳບັງມິດຕະພາບ”, “ລົດໄຟສັນຕິພາບ” ແລະອື່ນໆ, ຈັດກິດຈະກຳຕ່າງໆ ເຊັ່ນ:ການແລກປ່ຽນໄມຕີຈິດມິດຕະພາບດ້ານວຽກງານປ້ອງກັນປະເທດຕາມຊາຍແດນ, ການຢ້ຽມຢາມເຊິ່ງກັນແລະກັນລະຫວ່າງນາຍທະຫານໄວກາງໄວໜຸ່ມ ແລະອື່ນໆ, ເຊິ່ງໄດ້ຊຸກຍູ້ໃຫ້ການພົວພັນລະຫວ່າງສອງກອງທັບກ້າວໄປສູ່ລວງເລິກ ແລະ ໜັກແໜ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ.

ຈີນ ແລະ ລາວເປັນປະເທດບ້ານໃກ້ເຮືອນຄຽງສັງຄົມນິຍົມທີ່ມີພູຜາແມ່ນ້ຳຕິດຈອດກັນ. ກອງທັບຈີນຈະຮ່ວມກັບຝ່າຍລາວ, ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສອງພັກສອງລັດຢ່າງຈິງຈັງ, ສືບທອດ ແລະ ສົ່ງເສີມມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີການແລກປ່ຽນ ແລະ ການປະສານງານດ້ານຍຸດທະສາດ, ລົງເລິກການຮ່ວມມືດ້ານວຽກງານປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ກ້າວໄປສູ່ເປົ້າໝາຍແຫ່ງມາດຕະຖານສູງ ຄຸນນະພາບສູງ ແລະ ລະດັບສູງຢ່າງຕໍ່ເນື່ອງ, ປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ກໍຄືຂອງໂລກ.