ເຮືອ​ບິນ​ຂົນ​ສົ່ງ​ເຄື່ອງ​ບໍ່​ມີ​ຄົນ​ຂັບ “ທ່ຽນ​ມາ-1000” ສຳ​ເລັດ​ການ​ບິນ​ຄັ້ງ​ທຳ​ອິດ​ຢ່າງ​ຈົບ​ງາມ

CRI, January 16, 2026
Size:

ວັນທີ 11 ມັງກອນນີ້, ເຮືອບິນຂົນສົ່ງເຄື່ອງບໍ່ມີຄົນຂັບ ຫຼືໂດຣນສົ່ງເຄື່ອງ “ທ່ຽນມາ-1000” ໄດ້ສຳເລັດການທົດລອງການບິນຄັ້ງທຳອິດຢ່າງຈົບງາມ, ຂໍ້ມູນການບິນທັງໝົດລ້ວນແຕ່ສະແດງໃຫ້ເຫັນປະສິດທິພາບ.


ຕາມຂ່າວລາຍງານວ່າ: ຄວາມສາມາດດ້ານການບັນຈຸເຄື່ອງຂອງໂດຣນຂົນສົ່ງເຄື່ອງ “ທ່ຽນມາ-1000” ຄືດັ່ງລົດເກງມາດຕະຖານຄັນໜຶ່ງທີ່ສາມາດຂົນສົ່ງວັດຖຸສິ່ງຂອງຈໍານວນຫຼາຍໃນຄັ້ງດຽວ.  ເມື່ອຕ້ອງການຂົນສົ່ງວັດຖຸສິ່ງຂອງໄປສະຖານທີ່ຫ່າງໄກສອກຫຼີກ ແລະກອບກູ້ແບບສຸກເສີນ, ໂດຣນດັ່ງກ່າວສາມາດແກ້ໄຂຄວາມຫຍຸ້ງຍາກຂອງການຂົນສົ່ງເຄື່ອງໃນເຂດທຸລະກັນດານໄດ້.