


ວັນທີ 13 ມັງກອນ, ເຄື່ອງຜະລິດໄຟຟ້າດ້ວຍພະລັງລົມ ຫຼື ກັງຫັນລົມເທິງທະເລຂະໜາດ 20 ເມກາວັດໜ່ວຍທຳອິດຂອງໂລກ ໄດ້ຮັບການຕິດຕັ້ງສຳເລັດໃນເຂດທະເລທີ່ແຂວງຟູຈ້ຽນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ຂົງເຂດການຄົ້ນຄວ້າ, ພັດທະນາ, ຜະລິດແລະກໍ່ສ້າງເຄື່ອງຜະລິດໄຟຟ້າຂະໜາດໃຫຍ່ພິລຶກ ແລະດຳເນີນງານໃນທະເລຂອງຈີນໄດ້ບັນລຸການບຸກທະລຸທີ່ສຳຄັນ.
ຫຼັງຈາກໜ່ວຍຜະລິດໄຟຟ້າເຊື່ອມຕໍ່ກັບລະບົບສາຍສົ່ງໄຟຟ້າແລ້ວ, ຄາດວ່າກຳລັງການຜະລິດໄຟຟ້າແຕ່ລະໜ່ວຍຈະຫຼາຍກວ່າ 80 ລ້ານກິໂລວັດໂມງຕໍ່ປີ, ສາມາດຕອບສະໜອງຄວາມຕ້ອງການໄຟຟ້າຕໍ່ປີຂອງປະມານ 44.000 ຄົວເຮືອນ, ເທົ່າກັບໄດ້ປະຢັດຖ່ານຫີນມາດຕະຖານປະມານ 24.000 ໂຕນ ແລະ ຫຼຸດຜ່ອນການປ່ອຍອາຍກາກບອນດີອົກນິດປະມານ 64.000 ໂຕນ.