ວັນທີ 14 ມັງກອນນີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ:ທ່ານໂດນັນ ທຣຳກຳລັງບອກທົ່ວໂລກວ່າ ກົດໝາຍສາກົນບໍ່ສຳຄັນຕໍ່ລາວ, ແລະສິ່ງດຽວທີ່ສຳຄັນສຳລັບລາວຄືມາດຖານສິນທຳຂອງຕົນ, ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?
ທ່ານນາງເມົານີງຕອບວ່າ: ກົດໝາຍທີ່ຖືຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດເປັນພື້ນຖານນັ້ນແມ່ນຮາກຖານຂອງລະບຽບສາກົນໃນປັດຈຸບັນ, ແລະເປັນພື້ນຖານສຳຄັນສຳລັບການແກ້ໄຂຂໍ້ຂັດແຍ້ງສາກົນ. ການປົກປ້ອງກົດໝາຍສາກົນແມ່ນຂໍ້ກຸນແຈສຳຄັນໃນການປົກປັກຮັກສາຄວາມທ່ຽງທຳ ແລະ ຄວາມເປັນທຳສາກົນ ແລະ ປ້ອງກັນບໍ່ໃຫ້ໂລກກັບຄືນສູ່ກົດໝາຍເຖື່ອນ. ປະເທດໃຫຍ່ຄວນນຳໜ້າເຄົາລົບຄວາມສັກສິດຂອງກົດໝາຍສາກົນ ແລະປະຕິບັດພັນທະຂອງຕົນພາຍໃຕ້ກົດໝາຍດັ່ງກ່າວ.