ທົ່ວປະເທດຈີນຈະບັນລຸ “ຕົວເມືອງປອດສິ່ງເສດເຫຼືອ” ໃນປີ 2035

CRI, January 15, 2026
Size:

ວັນທີ 12 ມັງກອນນີ້, ກະຊວງນິເວດ ແລະສະພາບແວດລ້ອມຈີນເປີດເຜີຍໃຫ້ຮູ້ວ່າ: ຮອດປີ 2027, ຈີນຈະສ້າງ “ຕົວເມືອງປອດສິ່ງເສດເຫຼືອ” ໃຫ້ກວມເອົາ 60% ຂອງທົ່ວປະເທດ.

ຕາມຂ່າວລາຍງານວ່າ, ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີ ຄັ້ງທີ XIV ຄື: ລະຫວ່າງປີ 2021-2025, ກະຊວງນິເວດ ແລະສະພາບແວດລ້ອມຈີນໄດ້ຊຸກຍູ້ໃຫ້ 113 ຕົວເມືອງ ແລະ 8 ເຂດພິເສດໃນທົ່ວປະເທດດຳເນີນການສ້າງ “ຕົວເມືອງປອດສິ່ງເສດເຫຼືອ” ໂດຍໄດ້ດຳເນີນ ໂຄງການກຳຈັດສິ່ງເສດເຫຼືອທາດແຂງປະເພດຕ່າງໆ 3.000 ກວ່າໂຄງການ. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈີນ 5 ປີ ຄັ້ງທີ XV ຄື: ລະຫວ່າງປີ 2026-2030, ຈະສ້າງເປັນ “ຕົວເມືອງປອດສິ່ງເສດເຫຼືອ” 200 ແຫ່ງ.  ຮອດປີ 2035, ຈະບັນລຸ “ຕົວເມືອງປອດສິ່ງເສດເຫຼືອ” ທັງໝົດໃນທົ່ວປະເທດ.