ວັນທີ 14 ມັງກອນນີ້, ທະນາຄານພັດທະນາຈີນເປີດເຜີຍໃຫ້ຮູ້ວ່າ: ໃນປີ 2025, ທາງທະນາຄານໄດ້ສະໜອງທຶນ 290 ຕື້ຢວນເພື່ອສະໜັບສະໜູນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ.
ຕາມຂ່າວລາຍງານວ່າ: ທະນາຄານພັດທະນາຈີນສຸມໃສ່ຂົງເຂດສຳຄັນຕ່າງໆ ເຊັ່ນ: ພື້ນຖານໂຄງລ່າງ, ການຮ່ວມມືດ້ານອຸດສາຫະກຳສາກົນ, ການແລກປ່ຽນດ້ານເສດຖະກິດການຄ້າ, ການຮ່ວມມືດ້ານການທະນາຄານ ແລະອື່ນໆ, ໂດຍນຳໃຊ້ຜະລິດຕະພັນ ແລະການບໍລິການດ້ານການທະນາຄານຕ່າງໆໃຫ້ເກີດປະໂຫຍດ ເຊັ່ນ: ເງິນກູ້ພິເສດສຳລັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ເປັນຕົ້ນ, ວາງແຜນເປັນເອກະພາບກັນສະໜັບສະໜູນໂຄງການສັນຍະລັກ ແລະໂຄງການສຳຄັນກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນທີ່ລົງທຶນໜ້ອຍແຕ່ໄດ້ຮັບປະສິດທິຜົນສູງ.