
ວັນທີ 14 ມັງກອນນີ້, ສະພາອຸດສາຫະກຳລົດຍົນຈີນໄດ້ເປີດເຜີຍຕົວເລກສະຖິຕິໃໝ່ ໂດຍສະແດງໃຫ້ເຫັນວ່າ: ປີ 2025, ອຸດສາຫະກຳລົດຍົນຂອງຈີນສືບຕໍ່ມີຄວາມໜຽວແໜ້ນ ແລະມີພະລັງຊີວິດອັນເຂັ້ມແຂງ. ຕົວເລກສະຖິຕິຫຼາຍຢ່າງໄດ້ສ້າງສະຖິຕິໃໝ່ອີກຄັ້ງ.
ປີ 2025, ຍອດຈຳນວນການຜະລິດ ແລະການຈຳໜ່າຍລົດຍົນບັນລຸ 34.531.000 ຄັນ ແລະ 34.400.000 ຄັນຕາມລຳດັບ, ສອງຕົວເລກດັ່ງກ່າວລ້ວນແຕ່ສ້າງສະຖິຕິໃໝ່ອີກຄັ້ງ ແລະຮັກສາຕຳແໜ່ງຜູ້ຜະລິດລົດຍົນທີ່ໃຫຍ່ ອັນດັບ 1 ຂອງໂລກ 17 ປີລຽນຕິດ. ໃນດ້ານການຄ້າກັບຕ່າງປະເທດ, ຍອດຈຳນວນການສົ່ງອອກລົດຍົນບັນລຸຫຼາຍກວ່າ 7.000.000 ຄັນ, ໃນນັ້ນ, ລົດພະລັງງານໃໝ່ 2.615.000 ຄັນ, ເພື່ອຂຶ້ນ 1 ເທົ່າເມື່ອທຽບໃສ່ປີ 2024.