
ວັນທີ 13 ມັງກອນນີ້, ຂະບວນລົດຖ່າຍທອດຄວາມລະອຽດສູງພິເສດ 4K/8K “ສີແດງຈີນ” ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເດີນທາງຮອດສະໜາມກິລາຊານ ຊີໂຣ ໃນນະຄອນມີລານຂອງອີຕາລີ.

ພິທີໄຂງານກິລາໂອແລັມປິກລະດູໜາວມີລານ-ຄໍທີນາ ດັມເພສໂຊຈະຈັດຂຶ້ນຢູ່ສະໜາມກິລາຊານ ຊີໂຣໃນວັນທີ 6 ກຸມພາປີ 2026,ຮອດເວລານັ້ນ,ລົດຖ່າຍທອດຄວາມລະອຽດສູງພິເສດ 4K/8K “ສີແດງຈີນ” ຂອງ CMG ຈະຮັບຜິດຊອບຜະລິດສັນຍານສາທາລະນະຕໍ່ທົ່ວໂລກສຳລັບພິທີໄຂງານ ເພື່ອໃຫ້ຜູ້ຊົມທັງຫຼາຍຮົບຊົມພາບຄວາມລະອຽດພິເສດຄືດັ່ງຕົນເອງໄດ້ໄປນັ່ງຊົມຢູ່ໃນສະໜາມຕົວຈິງ.
