ປີ 2025 ຈີນມ້າງ​ຄະ​ດີ​ຫຼອກ​ລວງທາງ​ໂທ​ລະ​ຄົມ​ແລະ​ອອນ​ລາຍ​ໄດ້​ທັງ​ໝົດ 258.000 ຄະ​ດີ

CRI, January 14, 2026
Size:

ວັນທີ 8 ມັງກອນນີ້, ກະຊວງປ້ອງກັນຄວາມປະຫງົບຈີນໄດ້ຖະແຫຼງໃຫ້ຮູ້ວ່າ: ປີ 2025, ອົງການປ້ອງກັນຄວາມສະຫງົບທົ່ວປະເທດຈີນໄດ້ປາບປາມອາຊະຍາກຳຫຼອກລວງທາງໂທລະຄົມແລະອອນລາຍຕາມກົດໝາຍຢ່າງເຂັ້ມງວດ, ເຮັດໃຫ້ການເກີດອາຊະຍາກຳດັ່ງກ່າວຫຼຸດລົງ ໂດຍສາມາດມ້າງຄະດີທີ່ກ່ຽວຂ້ອງໄດ້ທັງໝົດ 258.000 ຄະດີ, ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຕັດສາຍຫຼອກລວງ 3 ຕື້ 600 ລ້ານເທື່ອ, ຂໍ້ຄວາມສັ້ນ 3 ຕື້ 300 ລ້ານຂໍ້ຄວາມ, ຊ່ວຍຢຸດການໂອນເງິນທີ່ກ່ຽວຂ້ອງກັບການຫຼອກລວງໄດ້ 21 ລ້ານ 7 ແສນ 7 ພັນຢວນ. ພາກສ່ວນປ້ອງກັນຄວາມສະຫງົບແຫ່ງຕ່າງໆຂອງຈີນໄດ້ສຶກສາອົບຮົມແລະຕັກເຕືອນຕໍ່ໜ້າລວມທັງໝົດ 6 ລ້ານ 7ແສນ 4 ໝື່ນ 7 ພັນເທື່ອຄົນ.

ທ່ານ ຈ່າງມິງ ໂຄສົກກະຊວງປ້ອງກັນຄວາມສະຫງົບຈີນແຈ້ງໃຫ້ຮູ້ວ່າ: ປີ 2025, ກະຊວງປ້ອງກັນຄວາມສະຫງົບຈີນໄດ້ປະຕິບັດການພິເສດ, ຈັບຕົວຜູ້ສະໜັບສະໜູນຢູ່ເບື້ອງຫຼັງ, ຫົວໂປ່ໂຕການແລະສະມາຊິກສຳຄັນຂອງກຸ່ມຫຼອກລວງໄດ້ທັງໝົດ 542 ຄົນ, ແລະໄດ້ສົ່ງໜ່ວຍງານກ່ຽວຂ້ອງໄປດຳເນີນການຮ່ວມມືດ້ານການບັງຄັບໃຊ້ກົດໝາຍກັບມຽນມາ, ໄທ, ກຳປູເຈຍ ແລະ ປະເທດອື່ນໆຫຼາຍຄັ້ງ,ສາມາດມ້າງທຳລາຍຈຸດທີ່ໃຊ້ໃນການຫຼອກລວງຢູ່ຕ່າງປະເທດຫຼາຍແຫ່ງ.