​ຮ່ວມດື່ມ​ແມ່​ນ້ຳ​ສາຍ​ດຽວ​ກັນ ຮ່ວມ​ກັນ​ບັນ​ລຸ​ຄວາມ​ໃຝ່​ຝັນ​ແຫ່ງ​ນ້ຳ​ລິນ--ບັນ​ທຶກ​ໂຄງ​ການ​ສູນ​ການ​ສະ​ໜອງ​ນ້ຳ​ລິນ​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ ຂອງ​ໂຄງ​ການທຶນ​ຮ່ວມ​ມື​ອາ​ຊີ​ທີ່​ຊ່ວຍ​ເຫຼືອ​ໂດຍ​ປະ​ເທດ​ຈີນ​ຄົບ​ຮອບ 5 ປີ

lmcchina.org, January 14, 2026
Size:

ນ້ຳແມ່ນແຫຼ່ງກຳເນີດຂອງຊີວິດ, ຍິ່ງແມ່ນພື້ນຖານຂອງສຸຂະພາບ. ບໍ່ວ່າຈະ ແມ່ນນ້ຳທີ່ມາຈາກນ້ຳຫ້ວຍທີ່ສົດຊື່ນ ຫຼືວ່າ ຈາກການຂຸດນ້ຳສ້າງເລິກທີ່ຫອມຫວານ; ບໍ່ວ່າຈະແມ່ນຈາກຈຸດເອົານ້ຳທີ່ສະດວກ ຫຼືວ່າ ຈາກຈັກກັ່ນຕອງນ້ຳສະອາດທີ່ນຳໃຊ້ໃນຄົວເຮືອນ ແລະ ໂຮງຮຽນ, ໂຄງການປັບປຸງຊີວິດການເປັນຢູ່ ທີ່ເບິ່ງແລ້ວຄືເປັນເລື່ອງງ່າຍດາຍເຫຼົ່ານີ້ ພວມປ່ຽນແປງສະພາບການດຳລົງຊີວິດຢູ່ຊົນນະບົດຂອງປະເທດລຸ່ມແມ່ນ້ຳຂອງ.

ຮ່ວມດື່ມແມ່ນ້ຳສາຍດຽວກັນ, ຊາຕາກຳຕິດພັນກັນຢ່າງໃກ້ຊິດ. ປີ 2016, ການເປີດນຳໃຊ້ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໄດ້ວາງແຜນການລວມແຫ່ງການພັດທະນາພ້ອມກັນຂອງພາກພື້ນ. ເລີ່ມແຕ່ປີ 2020 ເປັນຕົ້ນມາ, ພາຍໃຕ້ການສະໜັບສະໜູນທຶນຮອນຈາກການຮ່ວມມືອາຊີຂອງ ສປ ຈີນ, ສະຖາບັນຄົ້ນຄວ້າວິທະຍາສາດຊົນລະປະທານ ແລະ ໄຟຟ້ານ້ຳຕົກຈີນ, ສູນການຮ່ວມມືຊັບພະຍາກອນນ້ຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສະຖາບັນວິທະຍາສາດແມ່ນ້ຳຢາງເຊຄະນະກຳມະການຊັບພະຍາກອນນ້ຳແມ່ນ້ຳຢາງເຊ ແລະ ພາກສ່ວນອື່ນໆ ໄດ້ຮ່ວມກັນປະຕິບັດ “ໂຄງການສູນການສະໜອງນ້ຳລິນ”, ມີຈຸດປະສົງເພື່ອແກ້ໄຂບັນຫາຄວາມປອດໄພດ້ານນ້ຳດື່ມຢູ່ຊົນນະບົດຂອງລາວ, ກຳປູເຈຍ ແລະ ມຽນມາ. ຮອດທ້າຍປີ 2025, ໂຄງການສາທິດການສະໜອງນ້ຳປະປາ “ນ້ອຍ ແລະ ງາມ” 110 ແຫ່ງ ໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນປະມານ 13.000 ຄົນ, ເຮັດໃຫ້ວິໄສທັດແຫ່ງການ “ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ກາຍເປັນຮອຍຍິ້ມຢູ່ເທິງໃບໜ້າຂອງປະຊາຊົນຢູ່ຊົນນະບົດ.

ແກ້ໄຂສະພາບຄວາມຫຍຸ້ງຍາກຢ່າງຖືກເປົ້າໝາຍ, ແກ້ໄຂບັນຫານ້ຳດື່ມຊ່ວຍປະຊາຊົນ

ໃນເມື່ອກ່ອນ, ຢູ່ບ້ານຫາດຄີບແຂວງຫຼວງພະບາງຂອງລາວເຄີຍເກີດຄວາມຂັດແຍ້ງກັບບ້ານອ້ອມຂ້າງເລື້ອຍໆ ຍ້ອນບັນຫາແຫຼ່ງນ້ຳ; ຢູ່ລັດ Rakhine ຂອງມຽນມາ, ປະຊາຊົນມັກເກີດອາການຖອກທ້ອງ ຍ້ອນດື່ມນ້ຳປົນເປື້ອນດິນຕົມໃນລະດູຝົນ ແລະ ນ້ຳປົນເທົາຂຽວໃນລະດູແລ້ງ; ຢູ່ບ້ານ Sleng ແຂວງ Kandal ຂອງກຳປູເຈຍ, ແຕ່ລະມື້ ເດັກນ້ອຍຕ້ອງຍ່າງເຄິ່ງຊົ່ວໂມງ ເພື່ອໄປຕັກນ້ຳສ້າງຢູ່ວັດ. ທັງໝົດນີ້ ແມ່ນສະພາບຄວາມຫຍຸ້ງຍາກຂອງການນຳໃຊ້ນ້ຳທີ່ມີຢູ່ທົ່ວໄປໃນຊົນນະບົດຂອງລາວ, ກຳປູເຈຍ, ມຽນມາ ແລະອື່ນໆ ຄື: ປະລິມານນ້ຳບໍ່ພຽງພໍ, ຄຸນນະພາບນ້ຳບໍ່ສະອາດ, ການເອົານ້ຳບໍ່ສະດວກ.

ເມື່ອປະເຊີນໜ້າກັບສະພາບແວກລ້ອມທຳມະຊາດທີ່ສະຫຼັບສັບຊ້ອນ ແລະ ສິ່ງທ້າທາຍຈາກເງື່ອນໄຂພື້ນຖານ, ການກໍານົດແຜນດຳເນີນງານຕາມສະພາບ ຂອງແຕ່ລະທ້ອງຖິ່ນ ແມ່ນ “ກະແຈຄຳ” ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຂອງທີມງານ “ໂຄງການສູນການສະໜອງນ້ຳລິນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”. ຢູ່ເຂດພູດອຍ ແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີຂອງປະເທດລາວ, ຫຼັງຈາກສຳຫຼວດຄົ້ນຄວ້າ ແລະ ວັດແທກກັບທີ່, ການປະເມີນປະລິມານນ້ຳ, ການກວດກາຄຸນນະພາບນ້ຳ ແລະອື່ນໆແລ້ວ ກໍໄດ້ເລືອກເອົານ້ຳຫ້ວຍ ຫຼື ບໍ່ນ້ຳສ້າງທີ່ມີຄຸນນະພາບດີເປັນແຫຼ່ງນ້ຳ, ສ້າງລະບົບສະໜອງນ້ຳແບບເຄື່ອນໄຫຼເອງຕາມພູມສັນຖານ, ນໍາໃຊ້ເມັດຊາຍຢູ່ພື້ນແມ່ນ້ຳກັບທີ່ເປັນວັດສະດຸກັ່ນຕອງນ້ຳ, ໄດ້ສ້າງຮູບແບບການສະໜອງນ້ຳທີ່ສິ້ນເປືອງພະລັງງານໜ້ອຍ ແລະ ຮັກສາໄດ້ງ່າຍ, ຊຶ່ງໄດ້ສິ້ນສຸດປະຫວັດສາດທີ່ປະຊາຊົນຢູ່ເຂດພູດອຍບໍ່ມີນ້ຳໃຊ້ໃນລະດູແລ້ງ ແລະ ນ້ຳເປື້ອນຂຸ່ນໃນລະດູຝົນ, ນ້ຳລິນທີ່ສະອາດໄດ້ບຳລຸງລ້ຽງຈິດໃຈຂອງປະຊາຊົນຈຳນວນຫຼວງຫຼາຍ, ຍິ່ງໄດ້ບຳລຸງລ້ຽງດອກໄມ້ແຫ່ງມິດຕະພາບ ລາວ-ຈີນ; ຢູ່ແຂວງ Stung Treng, ແຂວງ Kandal ແລະ ເຂດທົ່ງພຽງອື່ນໆຂອງກຳປູເຈຍ, ຜ່ານຮູບແບບການຂຸດນ້ຳສ້າງເລິກ ປະສານສົມທົບກັບຖັງເກັບນໍ້າລະດັບສູງ, ສາມາດປ້ອງກັນຄວາມສ່ຽງຂອງການຂາດນ້ຳໃນລະດູແລ້ງໄດ້ຢ່າງມີປະສິດທິຜົນ, ພ້ອມກັນນັ້ນ, ອີງໃສ່ຊັ້ນກຳບັງຫຼາຍຊັ້ນທີ່ປະກອບດ້ວຍການກັ່ນຕອງນ້ຳແບບທຳມະຊາດຂອງຊັ້ນດິນ, ການກັ່ນຕອງນ້ຳດ້ວຍຖ່ານຊາຍ ແລະ ການກັ່ນຕອງນ້ຳດ້ວຍ ຕະແກງຢາງ, ສາມາດສະໜອງນ້ຳທີ່ມີຄຸນນະພາບສູງດ້ວຍຕົ້ນທຶນຕ່ຳ, ຊຶ່ງໄດ້ຮັບການຍ້ອງຍໍວ່າເປັນ “ນ້ຳດີຕໍ່ສຸຂະພາບ”ຈາກປະຊາຊົນ; ຢູ່ເມືອງ Kyaukpyu ລັດ Rakhine ຂອງມຽນມາ, ໂດຍຄໍານຶງເຖິງປະເພນີວັດທະນະທຳ ແລະ ຕົ້ນທຶນ ຂອງການດຳເນີນງານ, ໄດ້ນຳໃຊ້ເມັດຊາຍຢູ່ພື້ນແມ່ນ້ຳ ແລະ ກາບໝາກພ້າວຂອງທ້ອງຖິ່ນເປັນວັດຖຸດິບຢ່າງມີຫົວຄິດປະດິດສ້າງ, ສ້າງລະບົບກັ່ນຕອງນ້ຳແບບຊີວະພາບທີ່ປະກອບດ້ວຍ 4 ຊັ້ນ ຄື: “ຟອງນ້ຳ+ກວາຊິດເມັດໃຫຍ່+ກວາງຊິດເມັດນ້ອຍ+ຖ່ານ, ຊຶ່ງໄດ້ບັນລຸການປ່ຽນນ້ຳເປື້ອນມາເປັນນ້ຳສະອາດ ໂດຍບໍ່ນຳໃຊ້ສານເຄມີໃດໆ.

ການປັບປຸງຮູບແບບເອົານ້ຳ, ໄດ້ແກ້ໄຂຂໍ້ຫຍຸ້ງຍາກສຸດທ້າຍໃນການນຳໃຊ້ນ້ຳ. ໄດ້ລວມສູນສ້າງຈຸດເອົານ້ຳ, ຕິດຕັ້ງເຄື່ອງກົດນ້ຳດື່ມ, ເຮັດໃຫ້ປະຊາຊົນທ້ອງຖິ່ນສາມາດນຳໃຊ້ນ້ຳສະອາດຢ່າງທົ່ວເຖິງ ຍຸຕິທຳ ສະດວກ ແລະ ຈັບຈ່າຍໄດ້. ທ່ານ Duk Sras ຜູ້ອຳນວຍການໂຮງຮຽນປະຖົມບ້ານ Sleng ຂອງກຳປູເຈຍ ອຸທານອອກມາວ່າ: “ໃນເມື່ອກ່ອນ, ພວກຫຼານນັກຮຽນຕ້ອງເອົານ້ຳຈາກເຮືອນຕົນເອງມາໂຮງຮຽນທຸກມື້, ຫຼັງຈາກໂຄງການສ້າງສຳເລັດແລ້ວ, ຄູ ແລະ ນັກຮຽນທົ່ວໂຮງຮຽນສາມາດເອົານ້ຳຢູ່ຈຸດເອົານ້ຳແບບລວມສູນໄດ້ໂດຍກົງເລີຍ, ສະດວກ ຫຼາຍ. ຄູ ແລະ ນັກຮຽນບາງຄົນເລີກຮຽນແລ້ວ ຍັງສາມາດເອົານ້ຳເມືອໃຊ້ຢູ່ເຮືອນຕື່ມອີກ, ນ້ຳສະອາດຫຼາຍ, ດື່ມແລ້ວມີລົດຊາດຫວານຊື່ນ. ທ່ານເອຣິກ ປະຊາຊົນບ້ານຫາດຄີບ ປະເທດລາວ ບໍ່ຕ້ອງໃຊ້ເວລາ 1-2 ຊົ່ວໂມງເພື່ອຂົນເອົານ້ຳແລ້ວ, ທັງບໍ່ຕ້ອງໃຊ້ຈ່າຍຫຼາຍເພື່ອໄປຊື້ນ້ຳດື່ມ; ພວກເດັກນ້ອຍສາມາດຊົມໃຊ້ນ້ຳດື່ມທີ່ສະອາດປອດໄພຢູ່ໃນໂຮງຮຽນ. ທັງໝົດເຫຼົ່ານີ້ເປັນສິ່ງທີ່ພວກເຂົາບໍ່ກ້າຄາດຄິດ ມາກ່ອນ.

ຝັງຮາກ ແລະ ຢູ່ຮ່ວມກັນ, ເສີມຂະຫຍາຍບົດບາດການຄຸ້ມຄອງ

“ເຕັກນິກດີທີ່ສຸດຄວນຄືກັບເມັດເຂົ້າ, ແຕກໜໍ່ຈໍ່ແໜງຢູ່ດິນແດນຕ່າງປະເທດ. ທັດສະນະດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃນ “ໂຄງການສູນການສະໜອງນ້ຳລິນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຢ່າງສະເໝີຕົ້ນສະເໝີປາຍ. ສິ່ງທີ່ທີມງານເຮັດນັ້ນ ບໍ່ພຽງແຕ່ແມ່ນການສົ່ງອອກເຕັກນິກພຽງຢ່າງດຽວເທົ່ານັ້ນ,  ຫາກຍັງໄດ້ສ້າງຮູບແບບການເຊື່ອມໂຍງ “ເຕັກນິກຈີນ+ການຄຸ້ມຄອງດ້ວຍຕົນເອງຂອງທ້ອງຖິ່ນ” ໃນລະດັບເລິກເຊິ່ງ, ແຜນການເຕັກນິກແທດເໝາະກັບເງື່ອນໄຂທຳມະຊາດຂອງທ້ອງຖິ່ນແຫ່ງນັ້ນ, ໃນການກໍ່ສ້າງຕົວຈິງແມ່ນເຕັມໄປດ້ວຍຄວາມເອົາໃຈໃສ່ດ້ານວັດທະນະທຳ, ຈຶ່ງເຮັດໃຫ້ທຸກໆໂຄງການລ້ວນແຕ່ໄດ້ນໍາໃຊ້ເຕັກນິກສໍາຄັນ ແລະ ມີຄວາມອົບອຸ່ນທາງຈິດໃຈ.

ກ່ອນລົງມືປະຕິບັດທຸກໂຄງການ, ລ້ວນແຕ່ຕ້ອງຜ່ານການລົງເລິກສຳຫຼວດຄົ້ນຄວ້າ ແລະ ເປິກສາຫາລືແບບປະຊາທິປະໄຕ. ຢູ່ບ້ານຫາດຄີບປະເທດລາວ, ຜູ້ຕາງໜ້າປະຊາຊົນ 80 ກວ່າຄົນໄດ້ນັ່ງຮ່ວມກັນກັບຊ່ຽວຊານຝ່າຍຈີນ, ຮ່ວມກັນຍົກມືລົງຄະແນນສຽງ ເພື່ອຕົກລົງແຜນການກໍ່ສ້າງໂຄງການສະໜອງນ້ຳ, ຮູບແບບການຄຸ້ມຄອງ, ການແບ່ງຄວາມຮັບຜິດຊອບຕໍ່ຄ່າໃຊ້ຈ່າຍຂອງການດຳເນີນ ງານ ແລະ ຫົວຂໍ້ສຳຄັນອື່ນໆ. ພາຍໃຕ້ການແນະນໍາຂອງທີມງານໂຄງການ, ປະຊາຊົນໃນເຂດຊຸມຊົນໄດ້ເຂົ້າຮ່ວມທຸກຂະບວນການຂອງການວາງແຜນ, ການກໍ່ສ້າງ ແລະ ການຄຸ້ມຄອງໂຄງການສະໜອງນ້ຳ, ແບກຫາບຄວາມຮັບຜິດຊອບດ້ານການຄຸ້ມຄອງຮັກສາລະບົບການສະໜອງນ້ຳ ຂອງເຂດຊຸມຊົນຢ່າງຕັ້ງໜ້າ ແລະ ເປັນເຈົ້າການກວ່າເກົ່າ. ເດືອນເມສາ ປີ 2023, ໃນເວລາ ທ່ານ ຫຼີໂກວຢິ່ງ ລັດຖະມົນຕີກະຊວງຊັບພະຍາກອນນ້ຳຈີນ ໄປສຳຫຼວດ ໄດ້ຍ້ອງຍໍວ່າ: ໂຄງການດັ່ງກ່າວເປັນໂຄງການ 5 ດີ ຄື: “ໄດ້ກຳນົດເປົ້າໝາຍເປັນຢ່າງດີ, ມີແນວຄິດການອອກແບບທີ່ດີ, ເປັນການຮ່ວມມືຫຼາຍຝ່າຍທີ່ດີ, ການປະຕິບັດໄດ້ປະສິດທິຜົນດີ, ມີສຽງຕອບຮັບຈາກປະຊາຊົນດີ.

ວິທີການຄຸ້ມຄອງທີ່ມີສ່ວນຮ່ວມດັ່ງກ່າວ ໄດ້ຍົກລະດັບສູງຂຶ້ນຢູ່ກຳປູເຈຍ ແລະ ມຽນມາ. ຕົວຢ່າງ: ຢູ່ບ້ານ Sleng ຂອງກຳປູເຈຍ, ທີມງານຂອງໂຄງການໄດ້ສ້າງກົນໄກການຄຸ້ມຄອງທີ່ເຊື່ອມໂຍງ “ຊີ້ນຳໂດຍໂຄງການ, ປະຊາຊົນຄຸ້ມຄອງດ້ວຍຕົນເອງ, ອາໄສວັດວາອາຮາມ”, ຊຶ່ງໄດ້ສະໜອງການສະໜັບສະໜູນດ້ານເຕັກນິກ ແລະ ການຝຶກອົບຮົມບຸກຄະລາກອນໃຫ້ແກ່ການດຳເນີນໂຄງການ ໄດ້ເປັນຢ່າງດີ, ປະຊາຊົນທ້ອງຖິ່ນແຫ່ງນັ້ນໄດ້ສະເໜີຊື່ ແລະ ຄັດເລືອກເອົາພະນັກງານຄຸ້ມຄອງນ້ຳ, ທັງມອບໃຫ້ວັດວາອາຮາມຮັບຜິດຊອບການດຳເນີນງານ ແລະ ການບົວລະບັດຮັກສາປະຈຳວັນ, ໄດ້ປາກົດເປັນຮູບແບບການຄຸ້ມຄອງໄລຍະຍາວທີ່ມີສິດ ແລະ ຄວາມຮັບຜິດຊອບຈະແຈ້ງ, ຕົ້ນທຶນຕ່ຳ ແລະ ສາມາດດຳເນີນໄປຢ່າງຍືນຍົງ. ທ່ານ ຫຼີໂກວຢິ່ງ ໄດ້ຕີລາຄາໃນລະດັບສູງຕໍ່ຮູບແບບການດຳເນີນງານຂອງໂຄງການດັ່ງກ່າວ, ໂດຍຍ້ອງຍໍວ່າ: “ການອອກແບບກົນໄກມີຄວາມສຳຄັນບໍ່ຕ່ຳກວ່າການກໍ່ສ້າງໂຄງການ. ທ່ານ Watt Botkosal ຮອງເລຂາທິການຄະນະກຳມະການແມ່ນ້ຳຂອງແຫ່ງຊາດກຳປູເຈຍ ໃນຖານະເປັນຜູ້ປະສານງານໂຄງການຝ່າຍກຳປູເຈຍກ່າວວ່າ: “ໂຄງການສູນການສະໜອງນ້ຳລິນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ບໍ່ພຽງແຕ່ໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທົ່ານັ້ນ, ຫາກຍັງໄດ້ຍົກລະດັບຄວາມສາມາດດ້ານການຄຸ້ມຄອງຂອງພາກລັດໃນທ້ອງຖິ່ນ, ສະໜອງການສະໜັບສະໜູນທີ່ສຳຄັນໃຫ້ແກ່ການບັນລຸເປົ້າໝາຍໃນການເຂົ້າເຖິງນ້ຳດື່ມທີ່ສະອາດໃນທົ່ວປະເທດກ່ອນປີ 2030.

ຄຸນຄ່າອັນເລິກເຊິ່ງແລະຍາວນານຂອງໂຄງການດັ່ງກ່າວ, ຍິ່ງສະແດງອອກໃນການຖ່າຍທອດຄວາມຮູ້ ແລະ ຄວາມສາມາດເປັນໄລຍະຍາວ. ຢູ່ມຽນມາ, ທີມງານຂອງໂຄງການໄດ້ຝຶກອົບຮົມເຕັກນິກ, ຝຶກອົບຮົມພະນັກງານຄຸ້ມຄອງນ້ຳຂອງທ້ອງຖິ່ນ, ຮຽບຮຽງປຶ້ມຄູ່ມືຮັກສາໂຄງການດ້ວຍພາສາມຽນມາ, ເຮັດໃຫ້ປະຊາຊົນທ້ອງຖິ່ນກຳກັບຄວາມສາມາດດ້ານການຄຸ້ມຄອງໄດ້ຢ່າງແທ້ຈິງ. ນອກນີ້, ຍັງໄດ້ອະທິບາຍຄວາມຮູ້ກ່ຽວກັບການນຳໃຊ້ອຸປະກອນບຳບັດນ້ຳ ທີ່ສັບສົນດ້ວຍພາສາທີ່ປະຊາຊົນທ້ອງຖິ່ນສາມາດຟັງເຂົ້າໃຈ ແລະ ຮຽນຮູ້ໄດ້ ຕົວຢ່າງ: ຄຳສັບ “ລ້າງຟອງນ້ຳໃນທຸກເຄິ່ງເດືອນ, ປ່ຽນເມັດຊາຍໃຫຍ່ໃນລະດູຝົນ” ແລະ ຄຳສັບອື່ນໆທີ່ເຜີຍແຜ່ໄດ້ງ່າຍ ໄດ້ເຊື່ອມໂຍງເຂົ້າໃນຊີວິດປະຈຳວັນຂອງປະຊາຊົນທ້ອງຖິ່ນ.

ສິ່ງທີ່ໂຄງການສູນການສະໜອງນ້ຳລິນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຖ່າຍ ທອດອອກໄປນັ້ນ, ບໍ່ພຽງແຕ່ຈຳກັດຢູ່ 110 ໂຄງການສະໜອງນ້ຳເທົ່ານັ້ນ, ຫາກຍັງໄດ້ສະໜອງແຜນການແກ້ໄຂທົ່ວຕ່ອງໂສ້ ລວມທັງການສຳຫຼວດຄົ້ນຄວ້າຄວາມຕ້ອງການຢ່າງຖືກເປົ້າໝາຍ, ການວາງແຜນ ແລະ ການອອກແບບຕາມສະພາບຄວາມເປັນຈິງຂອງທ້ອງຖິ່ນ, ການໝູນວຽນ ແລະ ການບົວລະບັດຮັກສາໃນໄລຍະຍາວ, ພ້ອມດ້ວຍການສ້າງຄວາມສາມາດຂອງທ້ອງຖິ່ນນັ້ນເອງ. ໃນໄລຍະ 5 ປີຜ່ານມາ, ໂຄງການດັ່ງກ່າວໄດ້ຈັດຊຸດຝຶກອົບຮົມໃຫ້ແກ່ພະນັກງານຄຸ້ມຄອງໂຄງການ 3 ປະເທດ ຈໍານວນ 200 ກວ່າເທື່ອຄົນ, ຈັດກິດຈະກຳເຜີຍແຜ່ຄວາມຮູ້ວິທະຍາສາດໃນເຂດຊຸມຊົນໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 400 ເທື່ອຄົນ, ບັນລຸການພັດທະນາແບບກ້າວກະໂດດຈາກ “ການຊ່ວຍເຫຼືອດ້ານພື້ນຖານໂຄງ ລ່າງ ໄປສູ່ “ການຊຸກຍູ້ການພັດທະນາດ້ວຍຄວາມຮູ້ຄວາມສາມາດ ຢ່າງແທ້ຈິງ.

ເຊື່ອມໂຍງຈິດໃຈປະຊາຊົນ, ສະແດງໃຫ້ເຫັນແຜນດຳເນີນງານຂອງຈີນ

ພຶດຕິກຳຂອງ 110 ໂຄງການທີ່ “ນ້ອຍ ແລະ ງາມ”, ໄດ້ຮັບການຍອມຮັບຈາກປະຊາຊົນຢ່າງແທ້ຈິງ. ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ນຳໃຊ້ນ້ຳ ຫຼາຍກວ່າ 95% ສະແດງຄວາມພໍໃຈຕໍ່ປະລິມານ ແລະ ຄຸນນະພາບນ້ຳ, ປະຊາ ຊົນ 93% ເຫັນວ່າ: ຄ່າໃຊ້ຈ່າຍໃນການນຳໃຊ້ນ້ຳຂອງຄອບຄົວຕົນໄດ້ຫຼຸດລົງຢ່າງພົ້ນເດັ່ນ, 91% ໄດ້ຫຼຸດພົ້ນອອກຈາກຄວາມລຳບາກຈາກການຂົນນ້ຳຈາກທາງໄກ. ອົງການປົກຄອງທ້ອງຖິ່ນຫຼາຍແຫ່ງຂອງລາວ, ກຳປູເຈຍ ແລະ ມຽນມາໄດ້ສົ່ງຈົດ ໝາຍເຖິງຝ່າຍຈີນ ເພື່ອສະແດງຄວາມຂອບໃຈຕໍ່ໂຄງການອົບອຸ່ນທີ່ “ນຳເອົາຜົນປະໂຫຍດມາສູ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະຕິບັດວຽກງານຕົວຈິງ” ດັ່ງກ່າວ. ທ່ານ ສຸກັນ ບຸນຍົງ ຮອງເລຂາຄະນະພັກແຂວງຫຼວງພະບາງ, ປະທານແນວລາວສ້າງຊາດແຂວງໃນເວລານັ້ນ ໄດ້ກ່າວໃນພິທີມອບຮັບໂຄງການບ້ານຫາດຄີບດ້ວຍຄວາມພາກພູມໃຈວ່າ: “ໂຄງການນ້ຳດື່ມສະອາດຂອງບ້ານຫາດຄີບ ເຮັດໃຫ້ປະຊາຊົນຊົນນະບົດ, ຄູ ແລະ ນັກຮຽນເກືອບພັນຄົນໄດ້ຮັບຜົນປະໂຫຍດ, ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ, ຂໍໃຫ້ມິດຕະພາບລາວ-ຈີນ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ!

ຜົນງານທີ່ພົ້ນເດັ່ນດັ່ງກ່າວ, ໄດ້ຮັບຄວາມຊົມເຊີຍໃນລະດັບສູງຈາກປະຊາຄົມໂລກ. ປີ 2023, ໂຄງການດັ່ງກ່າວໄດ້ຖືກຈັດເຂົ້າໃນບັນຊີລາຍການຮ່ວມມືຕົວຈິງໃນກອງປະຊຸມສຸດຍອດເວທີເປິກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3. ປີ 2024, ໂຄງການດັ່ງກ່າວໄດ້ຮັບການປະກາດໃຫ້ເປັນ ໂຄງການຕົວແບບດ້ານການຫຼຸດຜ່ອນຄວາມທຸກຍາກຂອງໂລກຄັ້ງທີ 5 ທີ່ອົງການຈັດຕັ້ງສາກົນ 7 ແຫ່ງ ລວມທັງທະນາຄານໂລກ, ອົງການອາຫານໂລກ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື ຟາວ ແລະອື່ນໆປະກາດຮ່ວມກັນ.

ຈາກຮອຍຍິ້ມຂອງປະຊາຊົນ ຮອດຄວາມຂອບໃຈຂອງລັດຖະບານ, ຈາກບັນຊີລາຍຊື່ຂອງເວທີເປິກສາຫາລືສາກົນ ຮອດຫຼຽນໄຊແຫ່ງພາລະກິດຫຼຸດຜ່ອນຄວາມທຸກຍາກ, ທັງໝົດນີ້ບໍ່ພຽງແຕ່ເປັນການຍອມຮັບຕໍ່ໂຄງການສູນການສະໜອງນ້ຳລິນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເທົ່ານັ້ນ, ຍັງເປັນການຍອມຮັບຕໍ່ທັດສະນະປະຊາຄົມຮ່ວມຊາຕາກຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງອີກດ້ວຍ. ຄວາມປອດໄພດ້ານນ້ຳດື່ມ, ແມ່ນຂອດສຳຄັນໜຶ່ງໃນການສ້າງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ. ໃນວາລະການພັດທະນາແບບຍືນຍົງ ປີ 2030 ຂອງອົງການສະຫະປະຊາຊາດໄດ້ລະບຸໄວ້ຢ່າງຈະແຈ້ງວ່າ: ຮອດປີ 2030 “ບັນລຸເປົ້າໝາຍທີ່ທຸກຄົນເຂົ້າເຖິງນ້ຳດື່ມທີ່ປອດໄພ ແລະ ສາມາດຈັບຈ່າຍໄດ້ຢ່າງທົ່ວເຖິງ ແລະ ຍຸຕິທຳ”. ປັດຈຸບັນ, ວິໄສທັດດັ່ງກ່າວພວມຜ່ານໂຄງການສູນການສະໜອງນ້ຳລິນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ບັນລຸຜົນເປັນຈິງເທື່ອລະກ້າວຢູ່ເຂດຊົນນະບົດແຄມຝັ່ງແມ່ນ້ຳຂອງ.

ພາຍໃຕ້ແສງຕາເວັນຍາມຄ້ອຍຄ່ຳ, ມີຄົນທຽວໄປມາຢ່າງບໍ່ຂາດສາຍຢູ່ບ່ອນເອົານ້ຳ; ຢູ່ໃນໂຮງຮຽນ, ມີແສງເຫຼື້ອມຍິບຍັບໃນດວງຕາຂອງນັກຮຽນທີ່ເປີດກ໊ອກນ້ຳ, ສະພາບບັນຍາກາດທີ່ທຳມະດາ ແລະປະທັບໃຈຄົນເຫຼົ່ານີ້ ໄດ້ປະກອບເປັນຮູບພາບທີ່ອົບອຸ່ນທີ່ສຸດ. ໂຄງການສູນການສະໜອງນ້ຳລິນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ເກີດມາຈາກສະຕິປັນຍາ ແລະ ແຜນການຂອງຈີນ, ພວມນຳເອົາຜົນປະໂຫຍດມາສູ່ພັນໝື່ນຄອບຄົວຕາມລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຍ່ອມຈະສົ່ງຜົນປະໂຫຍດຕໍ່ອະນາຄົດຢ່າງແນ່ນອນ.

ຄຳອະທິບາຍຮູບ: ໂຄງການສາທິດແບບລວມສູນຢູ່ບ້ານ Maubin ລັດ Ayeyarwady ປະເທດມຽນມາ


ນັກຮຽນໃນໂຮງຮຽນປະຖົມບ້ານຫາດຄີບ ແຂວງຫຼວງພະບາງ ປະເທດລາວ ພວມດື່ມນ້ຳທີ່ສະອາດ


ຄູ ແລະ ນັກຮຽນບ້ານ Sleng, ແຂວງ Kandal ປະເທດກຳປູເຈຍ ດື່ມນ້ຳສະອາດ