ຫວ່າງບໍ່ດົນມານີ້, ເຈົ້າໜ້າທີ່ພະແນກສິ່ງແວດລ້ອມທຳມະຊາດແຂວງຢຸນນານຈີນກ່າວໃນກອງປະຊຸມຖະແຫຼງຂ່າວພາຍໃຕ້ຫົວຂໍ້ “ຫວນຄືນຜົນການຮ່ວມມືກັບຕ່າງປະເທດດ້ານອະນຸລັກສິ່ງແວດລ້ອມທຳມະຊາດໃນໄລຍະ 10 ປີຜ່ານມາ ແລະ ຄາດຄະເນອະນາຄົດ” ວ່າ, ພາຍໃຕ້ທິດນຳທີ່ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ສ້າງສູນເຊື່ອມຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ນັ້ນ, ພາກສ່ວນອະນຸລັກສິ່ງແວດລ້ອມທຳມະຊາດ ແຂວງຢຸນນານໄດ້ລົງເລິກການຮ່ວມມື ດ້ານການອະນຸລັກສິ່ງແວດລ້ອມໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໂດຍສຸມຄວາມພະຍາຍາມໃນຫຼາຍດ້ານ ເຊັ່ນ: ການສ້າງກົນໄກ, ໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສາທິດດ້ານເຕັກໂນໂລຊີ, ການສົນທະນາສາກົນ, ຈັດຕັ້ງປະຕິບັດສັນຍາການຮ່ວມມື, ເຄື່ອນໄຫວຮ່ວມກັນໃນພາກພື້ນ ແລະອື່ນໆ, ຮັດແໜ້ນເຄືອຂ່າຍການຮ່ວມມືແບບສີຂຽວໃນພາກພື້ນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ສະຕິປັນຍາຂອງແຂວງຢຸນນານໃນການຄຸ້ມຄອງສິ່ງແວດລ້ອມໃນພາກພື້ນ.
ໂດຍອີງໃສ່ກົນໄກການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງການຮ່ວມມື ດ້ານການອະນຸລັກສິ່ງແວດລ້ອມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແຂວງຢຸນນານຈີນໄດ້ເຊັນເອກະສານຮ່ວມມືຕ່າງໆກັບພາກສ່ວນອະນຸລັກສິ່ງແວດລ້ອມຂອງປະເທດອ້ອມຂ້າງ ເຊັ່ນ: ລາວ, ຫວຽດນາມ, ມຽນມາ, ກຳປູເຈຍ ແລະອື່ນໆ, ໂດຍກຳນົດທິດທາງການຮ່ວມມືທີ່ເປັນຈຸດສຸມ ເຊັ່ນ: ສີຂຽວກາກບອນຕ່ຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອະນຸລັກຄວາມຫຼາກຫຼາຍຂອງຊີວະນານາພັນ ແລະອື່ນໆ, ສ້າງຕັ້ງຂອບການປະສານງານ “ການຈັດວາງແຜນການລວມຂັ້ນແຂວງ+ກິ່ງແຂວງ ແລະ ນະຄອນເຂດຊາຍແດນປະສານສົມທົບກັນ”. ໄດ້ສ້າງຍີ່ຫໍ້ໂຄງການຊ່ວຍເຫຼືອຕ່າງປະເທດດ້ານການອະນຸລັກສິ່ງແວດລ້ອມ ຄື “ນ້ຳສະອາດດ້ານນິເວດ”, ໂດຍເລີ່ມແຕ່ປີ 2021 ໄດ້ຊ່ວຍເຫຼືອສ້າງລະບົບນ້ຳສະອາດທີ່ສາມາດດື່ມໄດ້ໂດຍກົງ 4 ຊຸດໃນໂຮງຮຽນຂອງລາວ ແລະ ກຳປູເຈຍ, ໄດ້ນຳເອົາຜົນປະໂຫຍດມາໃຫ້ຄູອາຈານ ແລະ ນັກຮຽນນັກສຶກສາເກືອບ 9.000 ຄົນໂດຍກົງ. ໂຄງການຊ່ວຍເຫຼືອດ້ານການສາທິດເຕັກໂນໂລຊີ ໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດດ້ານເຕັກໂນໂລຊີ. ໃນໄລຍະ 10 ປີຜ່ານມາ, ແຂວງຢຸນນານຈີນກັບປະເທດ ແລະ ເຂດແຄວ້ນອ້ອມຂ້າງໄດ້ດຳເນີນໂຄງການຮ່ວມມືດ້ານການຊ່ວຍເຫຼືອເຕັກໂນໂລຊີ ແລະ ເສີມສ້າງຄວາມສາມາດຕ່າງໆ ເຊັ່ນ: ໂຄງການສາທິດການຄຸ້ມຄອງສິ່ງແວດລ້ອມໃນຊົນນະບົດ, ໂຄງການເສີມສ້າງຄວາມສາມາດດ້ານການຄຸ້ມຄອງວັດສະດຸເຄມີ ແລະ ຄຸນນະພາບນ້ຳແບບຍືນຍົງ ແລະອື່ນໆ, ໄດ້ສະໜອງແຜນການແກ້ໄຂດ້ານການຄຸ້ມຄອງສິ່ງແວດລ້ອມທີ່ສາມາດຖອດຖອນບົດຮຽນໄດ້ ແລະ ເຜີຍແຜ່ໃຫ້ແກ່ປະເທດອ້ອມຂ້າງໄດ້.