ຫວ່າງບໍ່ດົນມານີ້, ການແຂ່ງຂັນຮອບທຳອິດຂອງງານແຂ່ງຂັນປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງປະຖົມມະເລີກພາຍໃຕ້ຫົວຂໍ້ “ເຕົ້າໂຮມສະຕິປັນຍາຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປະດິດສ້າງ ແລະ ຊົມໃຊ້ອະນາຄົດ” ໄດ້ຈັດຂຶ້ນຢູ່ແຂວງຢຸນນານ, ກຳແພງນະຄອນຊຽງໄຮ້ຂອງຈີນ ແລະ ນະຄອນຫຼວງບາງກອກປະເທດໄທ. ຈຸດປະສົງງານແຂ່ງຂັນຄັ້ງນີ້ ເພື່ອເຕົ້າໂຮມສະຕິປັນຍາແຫ່ງການປະດິດສ້າງໃໝ່ໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ລົງເລິກການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ ແລະ ຫັນປ່ຽນໝາກຜົນເປັນຜະລິດຕະພັນຕົວຈິງ, ຮ່ວມກັນສ້າງອະນາຄົດໃໝ່ແຫ່ງການພັດທະນາຂອງພາກພື້ນ.
ງານແຂ່ງຂັນຄັ້ງນີ້ຈະທ້ອນໂຮມໂຄງການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີທີ່ມີລັກສະນະລ້ຳຍຸກຕໍ່ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງກວ້າງຂວາງ, ຊຶ່ງໂຄງການເຫຼົ່ານີ້ແມ່ນມາຈາກສະຖາບັນການສຶກສາຊັ້ນສູງ, ອົງການຄົ້ນຄວ້າວິທະຍາສາດ ແລະ ວິສາຫະກິດ. ງານແຂ່ງຂັນໄດ້ສຸມໃສ່ຂົງເຂດອຸດສາຫະກຳສຳຄັນທີ່ໄດ້ຮັບຄວາມສົນໃຈໃນພາກພື້ນ ເຊັ່ນ: ການແພດ ແລະ ຢາຊີວະພາບ, ກະສິກຳທັນສະໄໝ, ວັດຖຸໃໝ່, ປັນຍາປະດິດ, ການພັດທະນາແບບສີຂຽວຍືນຍົງ ແລະອື່ນໆ, ໄດ້ກຳນົດໃຫ້ມີການແຂ່ງຂັນສາຍວິສາຫະກິດ ແລະ ສາຍທີມງານ, ຄັກເລືອກຜູ້ດີເດັ່ນໂດຍຜ່ານການແຂ່ງຂັນຮອບທຳອິດ, ຮອບທີ 2 ແລະ ຮອບຊີງຊະນະເລີດ. ນັບແຕ່ເລີ່ມຮັບສະໝັກເປັນຕົ້ນມາ, ໄດ້ດຶງດູດໂຄງການຄຸນນະພາບດີເດັ່ນຈຳນວນຫຼວງຫຼາຍຈາກ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເຂົ້າຮ່ວມຢ່າງຫ້າວຫັນ, ໃນນັ້ນ ໂຄງການທີ່ມາຈາກ 5 ປະເທດລ່ອງແມ່ນ້ຳຂອງກວມເອົາສ່ວນຫຼາຍ, ຊຶ່ງສ່ອງແສງໃຫ້ເຫັນເຖິງແຮງຈູງໃຈຂອງງານແຂ່ງຂັນດັ່ງກ່າວໃນສາກົນ.
ໃນການແຂ່ງຂັນຮອບທຳອິດຈະໃຊ້ກົນໄກ “ລົງຄະແນນສຽງຜ່ານທາງ ອອນລາຍແບບບໍ່ອອກຊື່”, ຄະນະກຳມະການປະກອບດ້ວຍຊ່ຽວຊານອາວຸໂສ ບຸກຄົນທີ່ມີຊື່ສຽງ ແລະ ນັກລົງທຶນໃນອຸດສາຫະກຳທີ່ກ່ຽວຂ້ອງ 45 ຄົນ ຈາກ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ພາຍໃຕ້ສະພາບທີ່ປິດບັງຂໍ້ມູນທັງໝົດຂອງເຈົ້າຂອງໂຄງການ, ຄະນະກຳມະການຈະໃຫ້ຄະແນນໂດຍປິ່ນອ້ອມລັກສະນະປະດິດສ້າງໃໝ່ດ້ານເຕັກໂນໂລຊີ, ກຳລັງແຮງບົ່ມຊ້ອນດ້ານການປະຍຸກໃຊ້ຕົວຈິງໃນຕະຫຼາດ, ຄຸນຄ່າການປະກອບສ່ວນຕໍ່ການພັດທະນາຂອງພາກພື້ນ ແລະ ດ້ານອື່ນໆ ໂດຍຜ່ານລະບົບລົງຄະແນນສຽງທາງອອນລາຍ, ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມຍຸຕິທຳຂອງຜົນການແຂ່ງຂັນ. ບັນຊີລາຍຊື່ຜູ້ເຂົ້າຮອບທີ 2 ຈະເປີດເຜີຍຜ່ານເວັບໄຊທາງການຂອງງານແຂ່ງຂັນດັ່ງກ່າວ.