
ນັກຂ່າວໄດ້ຮັບຂໍ້ມູນຈາກກອງປະຊຸມວຽກງານຕິດຕາມຄຸ້ມຄອງທາງລົດໄຟທົ່ວປະເທດປີ 2026 ທີ່ກົມທາງລົດໄຟແຫ່ງຊາດຈີນຈັດຂຶ້ນໃນວັນທີ 8 ມັງກອນນີ້ວ່າ: ປີ 2025, ຍອດການຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟທົ່ວປະເທດຈີນໄດ້ບັນລຸ 4 ຕື້ 588 ລ້ານເທື່ອຄົນ, ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ປີ 2024 ແລະການຂົນສົ່ງສິນຄ້າບັນລຸ 5 ຕື້ 273 ລ້ານໂຕນ,ເພີ່ມຂຶ້ນ 2% ເມື່ອທຽບໃສ່ປີ 2024. ຂ່າວແຈ້ງວ່າ: ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ, ຄວາມຍາວທາງລົດໄຟທີ່ເປີດບໍລິການໃນທົ່ວປະເທດຈີນມີເຖິງ 165.000 ກິໂລແມັດ, ໃນນັ້ນ, ຄວາມຍາວທາງລົດໄຟຄວາມໄວສູງບັນລຸຫຼາຍກວ່າ 5 ໝື່ນກິໂລແມັດ.