ວັນທີ 12 ມັງກອນນີ້, ກະຊວງກະສິກຳ ແລະ ຊົນນະບົດຈີນເຜີຍໃຫ້ຮູ້ວ່າ,ຈີນຈະຊຸກຍູ້ໃຫ້ຊົນນະບົດຈະເລີນຮຸ່ງເຮືອງຮອບດ້ານຢ່າງໜັກແໜ້ນໃນປີນີ້.

ປີນີ້, ຈີນຈະຖືເອົາການຜະລິດທັນຍາຫານເປັນວຽກງານສຳຄັນອັນດັບໜຶ່ງ, ຊຸກຍູ້ການກໍ່ສ້າງທົ່ງນາຕາມມາດຖານສູງຢ່າງມີຄຸນນະພາບສູງ, ເລັ່ງລັດຍົກສູງຄວາມສາມາດປ້ອງກັນໄພ ຫຼຸດຜ່ອນໄພ ແລະ ກູ້ໄພດ້ານກະສິກຳ, ຈະວາງແຜນເປັນເອກະພາບເພື່ອສ້າງກົນໄກການຮັບປະກັນບໍ່ໃຫ້ປະຊາຊົນຕົກຢູ່ໃນຄວາມທຸກຍາກ ແລະ ກັບຄືນສູ່ຄວາທຸກຍາກ,ຊຸກຍູ້ການຊ່ວຍເຫຼືອດ້ານການປະກອບອາຊີບ, ຮັບປະກັນບໍ່ເກີດມີສະພາບການກັບຄືນສູ່ຄວາມທຸກຍາກ ແລະ ຕົກຢູ່ໃນຄວາມທຸກຍາກຂະໜາດໃຫຍ່, ສຸມໃສ່ການຮັບປະກັນໃຫ້ຊົນນະບົດມີເງື່ອນໄຂດຳລົງຊີວິດແບບທັນສະໄໝໃນຂັ້ນພື້ນຖານ, ຊຸກຍູ້ການກໍ່ສ້າງຊົນນະບົດທີ່ໜ້າຢູ່,ໜ້າເຮັດວຽກ ແລະ ປອງດອງສວຍງາມຢ່າງເອົາຈິງເອົາຈັງ.