ສຳ​ຜັດ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ເສດ​ຖະ​ກິດ​ຈີນ​ຜ່ານ​ຕົວ​ເລກ​ຂໍ້​ມູນ

CRI, January 11, 2026
Size:

ວັນທີ 9 ມັງກອນນີ້, ຫຼາຍພາກສ່ວນລັດຖະບານຈີນໄດ້ເຜີຍແຜ່ຂໍ້ມູນສະຖິຕິ, ໃນນັ້ນ, ເດືອນທັນວາປີ 2025, ຕົວເລກດັດຊະນີລາຄາບໍລິໂພກຂອງພົນລະເມືອງ ຫຼື CPI ໄດ້ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ເນື່ອງຈາກເພີ່ມຄວາມແຮງ ແລະ ເປີດກວ້າງຂອບເຂດຂອງນະໂຍບາຍຈັດຊື້ສິນຄ້າໃໝ່ ໂດຍແລກປ່ຽນດ້ວຍສິນຄ້າເກົ່າ, ການບໍລິໂພກສິນຄ້າທີ່ກ່ຽວຂ້ອງ ເຊັ່ນ: ລົດ, ໂທລະສັບມືຖື, ເຄື່ອງໃຊ້ໄຟຟ້າໃນເຮືອນ ແລະອື່ນໆໄດ້ເພີ່ມຂຶ້ນຢ່າງວ່ອງໄວ.

ໃນເດືອນທັນວາປີ 2025, ນະໂຍບາຍມະຫາພາກຕ່າງໆພາຍໃນປະເທດໄດ້ບັງເກີດຜົນຢ່າງຕໍ່ເນື່ອງ, ຊຸກຍູ້ໃຫ້ລາຄາຂອງບາງຂະແໜງການປາກົດມີການປ່ຽນແປງທີ່ຕັ້ງໜ້າ. ຕົວເລກດັດຊະນີລາຄາອອກໂຮງງານຂອງຜູ້ຜະລິດອຸດສາຫະກຳ ຫຼື PPI ໄດ້ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ເດືອນພະຈິກປີ 2025, ເຊິ່ງເປັນການເພີ່ມຂຶ້ນເປັນເວລາ 3 ເດືອນລຽນຕິດ.

ນອກນີ້, ເຈົ້າໜ້າທີ່ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງຊັບພະຍາກອນນ້ຳຈີນແຈ້ງໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ຈີນເລັ່ງລັດສ້າງສາເຄືອຂ່າຍນ້ຳໃນທົ່ວປະເທດ, ປີ 2025, ຈີນໄດ້ລົງມືກໍ່ສ້າງ 27 ໂຄງການຊົນລະປະທານສຳຄັນ, ສຳເລັດໂຄງການສະໜອງນ້ຳປະປາ 9.420 ແຫ່ງຢູ່ຊົນນະບົດ, ຍົກລະດັບການຮັບປະກັນສະໜອງນ້ຳໃຫ້ແກ່ປະຊາຊົນໃນຊົນນະບົດຈຳນວນ 134 ລ້ານຄົນ, ອັດຕາເຂົ້າເຖິງນ້ຳປະປາໃນຊົນນະບົດທົ່ວປະເທດຈີນມີເຖິງ 96%.