ສຳເລັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປປລາວ

CRI, January 8, 2026
Size:

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນປະຕິວັດລາວໄດ້ອັດລົງດ້ວຍຜົນ ສຳເລັດໃນຕອນແລງຂອງວັນທີ 8 ມັງກອນ 2026 ພາຍຫຼັງດຳເນີນກອງປະຊຸມມາເປັນເວລາ 3 ວັນເຕັມ, ໂດຍການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ເຊິ່ງມີຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມພັນກວ່າສະຫາຍ. ໃນນັ້ນມີຜູ້ແທນເຂົ້າຮ່ວມ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດລາວ 421,865 ສະຫາຍ ພ້ອມດວ້ຍແຂກຖືກເຊີນ ຈໍານວນ 388 ສະຫາຍ.

ກອງປະຊຸມຄັ້ງນີ້ຈັດຂື້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກຕັ້ງ ໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ຕະຫຼອດວາລະດຳເນີນກອງປະຊຸມຜູ້ແທນເຂົ້າຮ່ວມໄດ້ເອກະສັນຮັບຮອງເອົາໂຄງການການເມືອງສະບັບທີ 3 ກໍານົດທິດທາງ ແລະ ເປົ້າໝາຍໃຫຍ່ຮອດປີ 2055 ຄືພັດທະນາປະເທດລາວກ້າວໄປສູ່ການເປັນປະເທດພັດທະນາ ທີ່ມີລາຍຮັບປານກາງສູງ, ກອງປະຊຸມໄດ້ລົງມະຕິຮັບຮອງເອົາ 4 ເອກະສານສຳຄັນຢ່າງເປັນເອກກະສັນຄືຮ່າງໂຄງການການເມືອງ ສະບັບທີ III, ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ຮ່າງກົດລະບຽບພັກ ສະບັບປຸງ ສະໄໝທີ XII ຂອງພັກ ປະຊາຊົນ ປະຕິວັດລາວ.

ກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈໍານວນ 88 ສະຫາຍ ຍິງ 13 ສະຫາຍ ເຊິ່ງທີ່ປະກອບດ້ວຍກຳມະການສົມບູນສູນກາງພັກ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກຳມະການສຳຮອງສູນກາງພັກ 15 ສະຫາຍ, ຍິງ 1 ສະຫາຍ

ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ດຳເນີນໃນຕອນເຊົ້າວັນທີ 8 ມັງກອນ 2026 ໄດ້ເລືອກຕັ້ງກົມການເມືອງສູນກາງພັກ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ຄະນະເລຂາທິການສູນກາງພັກ, ຜູ້ປະຈໍາການຄະນະບໍລິຫານງານສູນກາງພັກ; ພ້ອມນັ້ນກໍເລືອກຕັ້ງເອົາປະທານ, ຮອງປະທານຄະນະ ກວດກາສູນກາງພັກ.

ກົມການເມືອງສູນກາງພັກປະກອບມີ 13 ສະຫາຍດັ່ງນີ້:

1. ສະຫາຍ ທອງລຸນ ສີສຸລິດ

2. ສະຫາຍ ໄຊສົມພອນ ພົມວິຫານ

3. ສະຫາຍ ສອນໄຊ ສີພັນດອນ

4. ສະຫາຍ ຄໍາພັນ ພົມມະທັດ

5. ສະຫາຍ ກິແກ້ວ ໄຂຄໍາພິທູນ

6. ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ

7. ສະຫາຍ ນາງ ສີໃສ ລືເດດມູນສອນ

8. ສະຫາຍ ສະເຫຼີມໄຊ ກົມມະສິດ

9. ສະຫາຍ ຄໍາພັນ ເຜີຍຍະວົງ

10. ສະຫາຍ ທອງສະລິດ ມັງໜໍ່ເມກ

11. ສະຫາຍ ເພັດ ພົມພິພັກ

12. ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ

13. ສະຫາຍ ວັນໄຊ ພອງສະຫວັນ

ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ໃນວັນທີ 8 ມັງກອນ 2026 ໄດ້ເປັນເອກະສັນຢ່າງສົມບູນເລືອກຕັ້ງ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XII, ເລືອກຕັ້ງເອົາສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ. ກອງປະຊຸມ ໄດ້ເລືອກຕັ້ງເອົາປະທານ ແລະ ຮອງປະທານຄະນະກວດກາສູນກາງພັກ; ໃນນັ້ນເຫັນດີເປັນເອກະພາບເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 6 ສະຫາຍ.

ນີ້ແມ່ນເຫດການປະຫວັດສາດການທາງດ້ານການເມືອງ-ສັງຄົມອັນສໍາຄັນຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດໍາເນີນຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານ ມີຄວາມຮັບຜິດຊອບສູງ.

ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນປະຕິວັດລາວຢ່າງສຸດໃຈ.