ກອງປະຊຸມສະຫຼຸບໂຄງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ

lmcchina.org, January 8, 2026
Size:

ວັນທີ 18 ທັນວາ 2025, ກອງປະຊຸມສະຫຼຸບໂຄງການຮ່ວມມື ການເພີ່ມທະວີການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ເຕັກໂນໂລຊີລະຫວ່າງວິສາຫະກິດຂະໜາດກາງ ແລະ ນ້ອຍ ເພື່ອຊຸກຍູ້ການບັນລຸການປະຕິວັດອຸດສາຫະກຳ 4.0 ຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ໄດ້ໄຂຂຶ້ນຢູ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ຊຶ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນດ້ານທຶນຮອນຈາກກອງທຶນພິເສດການຮ່ວມມື LM. ທ່ານ ຫວັ່ງເວີນປິ່ນ (Wang Wenbin) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳຣາຊະອານາຈັກກຳປູເຈຍ, ທ່ານ Hem Vanndy, ລັດຖະມົນຕີກະຊວງອຸດສາຫະກຳ ເຕັກໂນໂລຊີ ແລະ ນະວັດຕະກຳ ກຳປູເຈຍ, ທ່ານ MEAS KIM HENG ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ກໍາປູເຈຍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານ ຫວັ່ງເວີນປິ່ນ ກ່າວວ່າ: ບັນດາປະເທດ LM ກຳລັງຢູ່ໃນໄລຍະສຳຄັນແຫ່ງການພັດທະນາຢ່າງວ່ອງໄວ ແລະ ອຸດສາຫະກຳທັນສະໄໝທີ່ຂັບເຄື່ອນດ້ວຍເຕັກໂນໂລຊີ ແມ່ນຫົວຈັກສຳຄັນໃນການສ້າງຄວາມຈະເລີນຂອງພາກພື້ນ. ໂຄງການນີ້ໄດ້ສ້າງເວທີການຮ່ວມມືດ້ານຄວາມສາມາດການຜະລິດ ແລະ ເຕັກໂນໂລຊີໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງພາກພື້ນ ຈະປະກອບສ່ວນເຂົ້າໃນການຍົກສູງຄວາມສາມາດດ້ານການປະດິດສ້າງໃໝ່ ແລະ ການແຂ່ງຂັນຂອງວິສາຫະກິດ ກໍຄື ການຊຸກຍູ້ຂະບວນການປະຕິວັດອຸດສາຫະ ກຳ 4.0 ຂອງບັນດາປະເທດ LM. ຝ່າຍຈີນຍິນດີຮ່ວມມືກັບບັນດາປະເທດແມ່ນ້ຳຂອງ ລົງເລິກການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ, ການຜະລິດແບບອັດສະລິຍະ, ການບຳລຸງສ້າງບຸກຄະລາກອນ ແລະອື່ນໆ, ຊຸກຍູ້ການສ້າງແລວນະວັດຕະກຳ LM, ເລັ່ງລັດການພັດທະນາຂອງພາກພື້ນ ເພື່ອຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍ ແລະ ປະຊາຄົມຮ່ວມຊາຕາກຳຈີນ-ບັນດາປະເທດ LM.