
ຕາມນັກຂ່າວໄດ້ຮັບຊາບຂໍ້ມູນຈາກກອງປະຊຸມວຽກງານໄປສະນີທົ່ວປະເທດປີ 2026 ທີ່ກົມໄປສະນີແຫ່ງຊາດຈີນຈັດຂຶ້ນໃນວັນທີ 7 ມັງກອນນີ້ວ່າ: ປີ 2025, ຍອດການຝາກເຄື່ອງທາງໄປສະນີຂອງຈີນໄດ້ບັນລຸເຖິງ 216 ຕື້ 500 ລ້ານອັນ, ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ປີ 2024. ໃນນັ້ນ, ຈຳນວນການສົ່ງເຄື່ອງດ່ວນມີເຖິງ 199 ຕື້ອັນ,ເພີ່ມຂຶ້ນ 13,7% ເມື່ອທຽບໃສ່ປີ 2024. ປີ 2025, ລາຍຮັບດ້ານການບໍລິການຂອງຂະແໜງການໄປສະນີຂອງຈີນໄດ້ບັນລຸເຖິງ 1.800 ຕື້ຢວນ,ເພີ່ມຂຶ້ນ 6,4% ເມື່ອທຽບໃສ່ປີ 2024. ໃນນັ້ນ,ລາຍຮັບດ້ານການບໍລິການສົ່ງເຄື່ອງດ່ວນມີເຖິງ 1.500 ຕື້ຢວນ,ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2024.