ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສົ່ງ​ສາ​ນອວຍ​ພອນ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

CRI, January 6, 2026
Size:

ວັນທີ 6 ມັງກອນນີ້, ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ສົ່ງສານອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ.

ເນື້ອໃນສານອວຍພອນລະບຸໄວ້ວ່າ: ພັກປະຊາຊົນປະຕິວັດລາວແມ່ນແກນນຳພາທີ່ໜັກແໜ້ນຂອງປະຊາຊົນລາວແລະພາລະກິດສັງຄົມນິຍົມຂອງລາວ. ນັບແຕ່ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວເປັນຕົ້ນມາ, ສູນກາງພັກປະຊາຊົນປະຕິວັດລາວທີ່ນຳພາໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວໄດ້ສຸມໃສ່ເພີ່ມທະວີການກໍ່ສ້າງພັກ,ປັບປຸງຖານະບົດບາດນຳພາຂອງພັກໃຫ້ດີຂຶ້ນ,ນຳພາແລະສາມັກຄີກັບປະຊາຊົນລາວບັນດາເຜົ່າ,ຕັ້ງໜ້າສະແຫວງຫາເສັ້ນທາງແຫ່ງການພັດທະນາສັງຄົມນິຍົມທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ,ຊຸກຍູ້ພາລະກິດຂອງພັກແລະລັດໄດ້ຮັບໝາກຜົນແຫ່ງການພັດທະນາທີ່ສຳຄັນຢ່າງຫຼວງຫຼາຍ. ພວກຂ້າພະເຈົ້າຕີລາຄາສູງແລະຮູ້ສຶກປິຕິຊົມຊື່ນນຳຢ່າງຈິງໃຈ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນແລະເປັນຂີດໝາຍທາງດ້ານປະຫວັດສາດໃນຂະບວນການພັດທະນາພາລະກິດສັງຄົມນິຍົມຂອງລາວ.ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາແລະຮັບຮອງເອົາໂຄງການການເມືອງສະບັບທີ 2 ຂອງພັກແລະເອກະສານການເມືອງທີ່ສຳຄັນອື່ນໆ, ເຊິ່ງຈະວາງແຜນຍຸດທະສາດແລະປະກາດໃຊ້ມາດຕະການຕ່າງໆເພື່ອຊຸກຍູ້ພາລະກິດຂອງພັກແລະລັດໃນໄລຍະຕໍ່ໜ້າ. ຝ່າຍຈີນເຊື່ອວ່າພາຍໃຕ້ການນຳພາທີ່ເຂັ້ມແຂງຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວຈະສາມາດບັນລຸເປົ້າໝາຍຕ່າງໆທີ່ກອງປະຊຸມຄັ້ງນີ້ວາງອອກຢ່າງແນ່ນອນ ເພື່ອຊຸກຍູ້ພາລະກິດສັງຄົມນິຍົມຂອງລາວໃຫ້ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາອັນໃໝ່.

ຈີນແລະລາວລ້ວນແຕ່ແມ່ນປະເທດສັງຄົມນິຍົມທີ່ນຳພາໂດຍພັກກອມມູນິດ. ພັກແລະລັດຖະບານຈີນຍາມໃດກໍ່ຖືສຳຄັນສາຍພົວພັນລະຫວ່າງສອງພັກ,ສອງລັດຈີນ-ລາວຈາກທາງດ້ານຍຸດທະສາດໃນລະດັບສູງແລະຍາວໄກຢ່າງສະເໝີຕົ້ນສະເໝີປາຍ. ພາຍໃຕ້ສະພາບການໃໝ່,ຈີນຍິນດີຮ່ວມກັບລາວ, ຖືເອົາຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສູງສຸດຂອງສອງພັກສອງລັດເປັນທິດຊີ້ນຳ,ເພີ່ມທະວີການປຶກສາຫາລືທາງດ້ານຍຸດທະສາດ,ລົງເລິກການແລກປ່ຽນແລະການຮ່ວມມືເຊິ່ງກັນແລະກັນ,ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວຢ່າງໜັກແໜ້ນ,ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວໃຫ້ໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ,ປອດໃສແລະຕໍ່ເນື່ອງ,ສ້າງຄວາມຜາສຸກໃຫ້ແກ່ສອງປະເທດກໍຄືປະຊາຊົນສອງຊາດແລະປະກອບສ່ວນອັນໃໝ່ຢ່າງຕັ້ງໜ້າເຂົ້າໃນພາລະກິດສັນຕິພາບ,ການພັດທະນາແລະຄວາມກ້າວໜ້າຂອງໂລກ.

ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກປະຊາຊົນປະຕິບັດລາວຈົ່ງປະສົບຜົນສຳເລັດຢ່າງຈົບງາມ.